​ ຢູ​ແກຼນ ຕັດ​​ສາຍ​ພົວ​ພັນ​ທາງ​ການ​ທູດ ກັບ ລັດ​ເຊຍ

(VOVWORLD) -ວັນທີ 24 ກຸມພາ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy ໄດ້ປະກາດວ່າ ປະເທດນີ້ໄດ້ຕັດສາຍພົວພັນທາງການທູດ ກັບ ລັດເຊຍ. 
​  ຢູ​ແກຼນ ຕັດ​​ສາຍ​ພົວ​ພັນ​ທາງ​ການ​ທູດ ກັບ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelenskiy (ພາບ: Reuters)

ຂ່າວດັ່ງກ່າວໂດຍປະທານາທິບໍດີ ຢູແກຼນ Volodymyr Zelenskiy ຍົກອອກມາໃນສານທີ່ຖ່າຍເປັນຄຼິບວີດີໂອ. ນີ້ແມ່ນຄັ້ງທຳອິດທີ່ການພົວພັນລະຫວ່າງ ລັດເຊຍ ແລະ ຢູແກຼນ ຖືກຕັດຂາດນັບແຕ່ ໂຊຫວຽດ ແຕກສະຫຼາຍໃນປີ 1991.

     ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ປະກາດຜັນຂະຫຍາຍບັ້ນຮົບທາງການທະຫານຄັ້ງພິເສດຢູ່ເຂດ Donbass, ພາກຕາເວັນອອກ ຢູແກຼນ. ຕໍ່ໜ້າການກະທຳດັ່ງກ່າວ, ຜູ້ບັນຊາການກຳລັງປະກອບອາວຸດ ຢູແກຼນ, ທ່ານພົນຕີ  Valeriy Zaluzhny  ໃຫ້ຮູ້ວ່າ ໂດຍໄດ້ຮັບຄຳສັ່ງຈາກທ່ານປະທານາທິບໍດີ Volodymyr Zelenskiy ແນໃສ່ຍູ້ຖອຍບັ້ນຮົບການທະຫານຂອງ ລັດເຊຍ.

     ກໍໃນວັນດຽວກັນ, ຕາມສຳນັກຂ່າວສານ  Sputnik ແລ້ວປະທານຄະນະກຳມະການເອີຣົບ ທ່ານ Ursula von der Leyen  ແຈ້ງໃຫ້ຊາບວ່າ ອົງການນີ້ຈະຈັດວາງມາດຕະການລົງໂທດໃໝ່ເລັ່ງໃສ່ຂົງເຂດເສດຖະກິດຍຸດທະສາດ ແລະ ທະນາຄານຂອງ ລັດເຊຍ. ໃນຂະນະນັ້ນ, ເຢຍລະມັນກໍ່ໄດ້ຖະແຫຼງວ່າ ອີຢູ ແລະ ອົງການສົນດທິສັນຍາອັດລັງຕິກເໜືອ (NATO) ແລະ ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ກໍຈະຈັດວາງຄຳສັ່ງລົງໂທດ ລັດເຊຍ ດ້ວຍຂອບຂະໜາດໃຫຍ່, ພ້ອມທັງເພີ່ມທະວີການປ້ອງກັນຄວາມສະຫງົບ ແລະ ສົມທົບກັບປະເທດສຳພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ