ຢູແກຼນ ຖະແຫຼງຈະ ເດີນຕາມສັນຍາຢຸດຍິງຢູ່ພາກຕາເວັນອອກ

ຢູແກຼນ ຖະແຫຼງຈະ ເດີນຕາມສັນຍາຢຸດຍິງຢູ່ພາກຕາເວັນອອກ - ảnh 1
ທ່ານ​ປະທານາທິບໍ​ດີ​ຢູ​ແກຼນ Petro Poroshenko
(ພາບ: AFP)


(vovworld) – ​​ຫຼຸດຜ່ອນ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ຖືກ​ປິນຂັ້ນ​ໄດສຳລັບ​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ນີ້​ແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ​ຂອງ Kiev ​ໃນ​ຈຸດ​ເວລາ​ປະຈຸ​ບັນ. ຖະ​ແຫຼ​ງການ​ດັ່ງກ່າວ​ໂດຍ​ທ່ານ​ປະທານາທິບໍ​ດີ​ຢູ​ແກຼນ Petro Poroshenko ຍົກ​ອອກ​ມາ​ໃນ​ວັນ​ທີ 25/01 ທີ່​ກອງ​ປະຊຸມ​ດ່ວນ​ຂອງ​ສະພາ​ປ້​ອງກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ. ທ່ານ​ປະທານາທິບໍ​ດີ​ຢູ​ແກຼນ Petro Poroshenko ​ໃຫ້​ຮູ້​ວ່າ, ​ເລື່ອງ​ເລີ່​ມຕົ້ນ​ປະຕິບັດ​ວິວັດທະນາ​ການ​ການ​ເມືອງ ​ເພື່ອ​ຫຼຸດຜ່ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຖືກ​ປິນຂັ້ນ​ໄດຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຈະ​ແມ່ນ​ບຸລິມະສິດ. ຢູ​ແກຼນ ຍັງ​ຢືດໝັ້ນ​ກັບ​ຂໍ້​ສະ​ເໜີ​ກ່ຽວ​ກັບ​ມາດ​ຕະການ​ແກ້​ໄຂ​ສັນຕິພາບ​ຢູ່ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ແລະ ບໍ່​ມີ​ການ​ເລືອກ​ເຟັ້ນ​ໃດທີ່​ສາມາດ​ແທນ​ໃຫ້​ສັນຍາ​ຢຸດ​ຍິງ Minsk ​ເຊິ່ງບັນດາ​ຝ່າຍ​ປະ​ທະ​ກັນ​ໄດ້​ລົງ​ນາມ​ເມື່ອ​ເດືອນ 09/2014.

ຂ່າວ/ບົດ​ອື່ນ