ຢູແກຼນ ຖະແຫຼງວ່າ ຈະຢຶດໝັ້ນເດີນຕາມຈຸດໝາຍເຂົ້າຮ່ວມ ນາໂຕ ແລະ ອີຢູ

(VOVWORLD) - ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງວັນຊາດ ຢູແກຼນ, ໃນວັນທີ 23 ສິງຫາ, ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ຢືນຢັນວ່າ Kiev ຈະຢຶດໝັ້ນເດີນທາງຈຸດໝາຍກາຍເປັນສະມາຊິກຂອງອົງການສົນທິສັນຍາອັດລັງຕິກເໜືອ (ນາໂຕ) ແລະ ສະຫະພາບ ເອີລົບ (ອີຢູ).
ຢູແກຼນ ຖະແຫຼງວ່າ ຈະຢຶດໝັ້ນເດີນຕາມຈຸດໝາຍເຂົ້າຮ່ວມ ນາໂຕ ແລະ ອີຢູ - ảnh 1 ທ່ານປະທານາທິບໍດີ Petro Poroshenko  (ພາບ: EPA/TTXVN)

ຕາມທ່ານປະທານາທິບໍດີ Petro Poroshenko ແລ້ວ, ຢູແກຼນ ໄດ້ດຳເນີນບັນດາການປະຕິຮູບທີ່ຈຳເປັນ ແລະ ບັນລຸໄດ້ກົດລະບຽບຍົກເວັ້ນວິຊາກັບ ອີຢູ ໃນກ່ວາ 2 ເດືອນກ່ອນ, ນອກນັ້ນ ສັນຍາຮ່ວມສຳພັນລະຫວ່າງ ຢູແກຼນ - ອີຢູ ຈະມີຜົນສັກສິດຢ່າງຄົບຖ້ວນໃນວັນທີ 01 ກັນຍາ ຈະມາເຖິງ. ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ Petro Poroshenko ກໍ່ສະເໜີອົງການ ນາໂຕ ດຳເນີນການປຶກສາຫາລືກ່ຽວກັບເລື່ອງສະຫງວນໃຫ້ ຢູແກຼນ ແຜນດຳເນີນງານສະມາຊິກຂອງ ນາໂຕ, ເຖິງຢ່າງໃດກໍ່ຕາມ ປະຈຸບັນ ຢູແກຼນ ຍັງບໍ່ທັນມີແຜນການມອບໃບຂໍເຂົ້າເປັນສະມາຊິກ ນາໂຕ ເທື່ອ ຫຼື ມີເຈດຈຳນົງສຸມໃສ່ຄວາມມານະພະຍາຍາມ ເພື່ອບັນລຸມາດຖານຂອງສຳພັນທະມິດການທະຫານນີ້.

ຕອບກັບ

ຂ່າວ/ບົດ​ອື່ນ