ຢູແກຼນ ປະກາດຈຳນວນທະຫານເສຍຊີວິດນັບແຕ່ເລີ່ມເກີດການປະທະກັນກັບ ລັດເຊຍ

(VOVWORLD) - ນັບແຕ່ເວລາ ລັດເຊຍ ເລີ່ມດຳເນີນບັ້ນການທະຫານພິເສດແນໃສ່ປະເທດນີ້ກ່ອນນີ້ 2 ປີ ໄດ້ເຮັດໃຫ້ມີທະຫານ 31.000 ຄົນຂອງປະເທດນີ້ເສຍຊີວິດ.
ຢູແກຼນ ປະກາດຈຳນວນທະຫານເສຍຊີວິດນັບແຕ່ເລີ່ມເກີດການປະທະກັນກັບ ລັດເຊຍ - ảnh 1ທະຫານລາດຕາເວນຢູ່ Kramatorsk ໃນເຂດ Donetsk
(ພາບ: AFP/TTXVN)

ວັນທີ 25 ກຸມພາ, ກ່າວຄຳເຫັນໃນການປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງ ກີແອບ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zenlensky ໃຫ້ຮູ້ວ່າ: ນັບແຕ່ເວລາ ລັດເຊຍ ເລີ່ມດຳເນີນບັ້ນການທະຫານພິເສດແນໃສ່ປະເທດນີ້ກ່ອນນີ້ 2 ປີ ໄດ້ເຮັດໃຫ້ມີທະຫານ 31.000 ຄົນຂອງປະເທດນີ້ເສຍຊີວິດ. ນີ້ແມ່ນຄັ້ງທຳອິດໃນກ່ວາ 1 ປີຜ່ານມາທີ່ ຢູແກຼນ ໄດ້ປະກາດຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບຕາມການສະຖິຕິທາງການ, ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Zenlensky ໄດ້ປະຕິເສດເຜີຍຈຳນວນຜູ້ຖືກບາດເຈັບ ຍ້ອນໄດ້ຖືວ່າ ຂໍ້ມູນດັ່ງກ່າວຈະມີປະໂຫຍດສຳລັບການສ້າງແຜນການສູ້ຮົບຂອງລັດເຊຍ.

        ແລະກໍ່ໃນການປະຊຸມຖະແຫຼງຂ່າວ, ທ່ານປະທານາທິບໍດີ Volodymyr Zenlensky ປະກາດວ່າ ຢູແກຼນ ໄດ້ສ້າງແຜນການໃຫ້ແກ່ການຕ່າວໂຈມຕີຄັ້ງໃໝ່ຕ້ານກຳລັງລັດເຊຍ, ພ້ອມທັງຢັ້ງຢືນວ່າ ການປະຕິຮູບດ້ານການທະຫານຄັ້ງໃຫຍ່ທີ່ເຮັດໃຫ້ຜູ້ນຳກອງທັບ ຢູແກຼນ ຖືກທົດແທນໃນຕົ້ນເດືອນກຸມພານີ້ ມີສ່ວນກ່ຽວຂ້ອງເຖິງແຜນການກະທຳໃໝ່ຢູ່ໃນສະໜາມຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ