ຢູແກຼນ ປະກາດໄດ້ຕອບສະໜອງທຸກຂໍ້ສະເໜີແນະຂອງ EU ເພື່ອເຂົ້າຮ່ວມກຸ່ມ

(VOVWORLD) - ຢູແກຼນ ໄດ້ແຕ່ງຕັ້ງທ່ານ Semen Kryvonos ຮັກສາຕຳແໜ່ງເປັນຜູ້ອຳນວຍການກົມຕ້ານການສໍ້ລາດບັງຫຼວງແຫ່ງຊາດ (NABU) ຂອງປະເທດນີ້
ຢູແກຼນ ປະກາດໄດ້ຕອບສະໜອງທຸກຂໍ້ສະເໜີແນະຂອງ EU ເພື່ອເຂົ້າຮ່ວມກຸ່ມ - ảnh 1ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmygal
(ພາບ: AFP/TTXVN)

ວັນທີ 6 ມີນາ, ທ່ານນາຍົກລັດຖະມົນຕີ ຢູແກຼນ Denys Shmygal ໄດ້ຢັ້ງຢືນວ່າ: ປະເທດນີ້ໄດ້ປະຕິບັດສຳເລັດບັນດາຂໍ້ສະເໜີເຊິ່ງ ສະຫະພາບເອີລົບ (EU) ຍົກອອກມາເພື່ອແນໃສ່ສົ່ງເສີມບັນດາການເຈລະຈາເພື່ອເຂົ້າຮ່ວມກຸ່ມ. ໃນສື່ສັງຄົມ Twitter, ທ່ານນາຍົກລັດຖະມົນຕີ Shmygal ໄດ້ຊີ້ແຈ້ງວ່າ: ຢູແກຼນ ໄດ້ແຕ່ງຕັ້ງທ່ານ Semen Kryvonos ຮັກສາຕຳແໜ່ງເປັນຜູ້ອຳນວຍການກົມຕ້ານການສໍ້ລາດບັງຫຼວງແຫ່ງຊາດ (NABU) ຂອງປະເທດນີ້, ຜ່ານນັ້ນກໍ່ໄດ້ປະຕິບັດສຳເລັດບັນດາການປະຕິຮູບຕາມຄຳຮຽກຮ້ອງຂອງ EU. ທ່ານ ໄດ້ເນັ້ນໜັກວ່າ: ຢູແກຼນ ໄດ້ປະຕິບັດສຳເລັດ 7 ຂໍ້ສະເໜີແນະຂອງ EU, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ກີແອບ ໃນການເລີ່ມເຈລະຈາເຂົ້າເປັນສະມາຊິກ EU ໃນປີນີ້.

        ເດືອນ ມິຖຸນາ 2022, ບັນດາການນຳ EU ຍອມຮັບເລື່ອງໃຫ້ ຢູແກຼນ ໃນຖານະເປັນສະມາຊິກເຂົ້າຮ່ວມກຸ່ມ. ຄະນະກຳມະການເອີລົບ (EC) ໄດ້ຍົກອອກ 7 ຂໍ້ສະເໜີແນະເຊິ່ງ ຢູແກຼນ ຕ້ອງຕອບສະໜອງ ເພື່ອອາດສາມາດເລີ່ມປະຕິບັດບັນດາການເຈລະຈາການເຂົ້າຮ່ວມ EU, ໃນນັ້ນມີການຕ້ານການສໍ້ລາດບັງຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ