ຢູແກຼນ ສະເໜີສະຖານທີ່ຈັດກອງປະຊຸມສັນຕິພາບຄັ້ງຕໍ່ໄປ

(VOVWORLD) - ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ກໍ່ຢືນຢັນວ່າ, ຈະເຂົ້າຮ່ວມກອງປະຊຸມສັນຕິພາບຄັ້ງຕໍ່ໄປ ຖ້າຫາກຜູ້ຕາງໜ້າຂອງ ລັດເຊຍ ກໍ່ເຂົ້າຮ່ວມ.
ຢູແກຼນ ສະເໜີສະຖານທີ່ຈັດກອງປະຊຸມສັນຕິພາບຄັ້ງຕໍ່ໄປ - ảnh 1ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky
(ພາບປະກອບ: Getty Images/TTXVN)

        ວັນທີ 27 ສິງຫາ, ທ່ານຫົວໜ້າຫ້ອງວ່າການປະທານາທິບໍດີ ຢູແກຼນ Andriy Yermak ໃຫ້ຮູ້ວ່າ, ປະເທດນີ້ປາດຖະໜາວ່າ ກອງປະຊຸມກ່ຽວກັບສັນຕິພາບໃຫ້ແກ່ ຢູແກຼນ ຄັ້ງຕໍ່ໄປຈະຈັດຂຶ້ນຢູ່ປະເທດນອນຢູ່ຊິກໂລກໃຕ້, ເຊິ່ງເຂົ້າໃຈວ່າແມ່ນບັນດາປະເທດຢູ່ນອກ ເອີລົບ ແລະ ອາເມລິກາເໜືອ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky, ກໍ່ຢືນຢັນວ່າ, ຈະເຂົ້າຮ່ວມກອງປະຊຸມສັນຕິພາບຄັ້ງຕໍ່ໄປ ຖ້າຫາກຜູ້ຕາງໜ້າຂອງ ລັດເຊຍ ກໍ່ເຂົ້າຮ່ວມ. ສານດັ່ງກ່າວໄດ້ຍົກອອກມາພຽງ 2 – 3 ວັນ ພາຍຫຼັງທີ່ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ໄປຢ້ຽມຢາມ ຢູແກຼນ, ໃນນັ້ນ, ທ່ານຢືນຢັນວ່າ ຈະສະໜັບສະໜູນວິວັດການເຈລະຈາ ແລະ ການທູດ ເພື່ອສ້າງສັນຕິພາບ ແລະ ສະຖຽນລະພາບຢູ່ ຢູແກຼນ ຄືນໃໝ່. ນອກຈາກການນຳ ອິນເດຍ, ທ່ານປະທານາທິບໍດີ Zelensky ກໍ່ໄດ້ພົບປະກັບການນຳຂອງບັນດາປະເທດຢູ່ຊິກໂລກໃຕ້, ລວມທັງ: ປະທານາທິບໍດີ ອາຟະລິກາໃຕ້, Cyril Ramaphosa.

ຕອບກັບ

ຂ່າວ/ບົດ​ອື່ນ