ຢູ​ແກຼນ ສ້າງ​ 11 ແລວ​ທາງ​​ມະ​ນຸດ​ສະ​ທຳ

(VOVWORLD) -ວັນທີ 06 ເມສາ, ທ່ານຮອງນາຍົກລັດຖະມົນຕີ ຢູແກຼນ Iryna Vereshchuk ໄດ້ປະກາດໂດຍໃຫ້ຮູ້ວ່າ ປະເທດນີ້ໄດ້ສ້າງແລວທາງມະນຸດສະທຳອະນຸຍາດໃຫ້ສາມັນຊົນອອກຈາກນະຄອນຕ່າງໆທີ່ຖືກຜົນສະທ້ອນຈາກການປະທະກັນ ແລະ ສະໜອງການຊ່ວຍເຫຼືອມະນຸດສະທຳ. ວັນທີ 05 ເມສາ, ມີປະຊາຊົນປະມານ 3.800 ຄົນ ໄດ້ຍົກຍ້າຍອອກຈາກເຂດຖືກຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ.
ຢູ​ແກຼນ ສ້າງ​ 11 ແລວ​ທາງ​​ມະ​ນຸດ​ສະ​ທຳ - ảnh 1ໄລ່ຮອດວັນທີ 05 ເມສາ, ມີປະຊາຊົນປະມານ 3.800 ຄົນ ໄດ້ຍົກຍ້າຍອອກຈາກເຂດຖືກຜົນສະທ້ອນຈາກການປະທະກັນຢູ່ ຢູແກຼນ (ພາບ: TTXVN)

ໃນເຫດການໜຶ່ງທີ່ກ່ຽວຂ້ອງ, ນັບແຕ່ເມື່ອຜັນຂະຫຍາຍບັ້ນການທະຫານພິເສດຢູ່ ຢູແກຼນ, ລັດຖະບານ ລັດເຊຍ ໄດ້ຈັດແບ່ງງົບປະມານກວ່າ 220 ລ້ານຣຸບ (ປະມານ 2,8 ລ້ານ USD) ເພື່ອໃຊ້ຈ່າຍເຂົ້າໃນການເຄື່ອນໄຫວສະໜອງການບໍລິຫານທາງດ້ານສາທາລະນະສຸກໃຫ້ແກ່ພົນລະເມືອງ ຢູແກຼນ ທີ່ອົບພະຍົບໄປຍັງ ລັດເຊຍ.

        ກໍໃນວັນທີ 6 ເມສາ, ວັງ Kremlin ກໍໄດ້ປະກາດວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ຫາກໍມີການໂອ້ລົມທາງໂທລະສັບນຳກັນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Viktor Orban ຮຽກຮ້ອງໃຫ້ຢຸດຍິງຢູ່ ຢູແກຼນ, ພ້ອມທັງເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Putin  ເຂົ້າຮ່ວມການເຈລະຈາຢູ່ ຮຸງກາຣີ ໂດຍມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ພ້ອມດ້ວຍ ທ່ານນາຍົກລັດຖະມົນຕີ ເຢຍລະມັນ  Olaf Scholz. ຕາມທ່ານ Orban ແລ້ວ, ເປົ້າໝາຍໜຶ່ງດຽວຂອງການເຈລະຈານີ້ ແມ່ນມຸ່ງໄປເຖິງການບັນລຸໄດ້ຄຳສັ່ງຢຸດຍິງຢູ່ ຢູແກຼນ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ