ຢູແກຼນ ຮຽກຮ້ອງໃຫ້ ລັດເຊຍ ເປີດແລວມະນຸດສະທຳຈາກນະຄອນ Mariupol

(VOVWORLD) -ວັງ Kremlin ຖືວ່າ ຢູແກຼນ ໄດ້ປ່ຽນແປງຫຼັກໝັ້ນຂອງຕົນຢ່າງຕໍ່ເນື່ອງ ເມື່ອເຕື້ອງເຖິງບັນດາບັນຫາເຊິ່ງໄດ້ຮັບຄວາມເຫັນດີໃນບັນດາການເຈລະຈາ.
ຢູແກຼນ ຮຽກຮ້ອງໃຫ້ ລັດເຊຍ ເປີດແລວມະນຸດສະທຳຈາກນະຄອນ Mariupol - ảnh 1ປະຊາຊົນຢູແກຼນຮັບເຄື່ອງອຸປະຖຳຢູ່ Mariupol
(ພາບປະກອບ: THX/TTXVN)

ວັນທີ 18 ເມສາ, ຢູແກຼນ ໄດ້ຮຽກຮ້ອງໃຫ້ ລັດເຊຍ ສ້າງເງື່ອນໄຂໃຫ້ເລື່ອງເປີດແລວມະນຸດສະທຳເພື່ອຍົກຍ້າຍປະຊາຊົນຈາກນະຄອນທ່າກ່ຳປັ່ນ Mariupol, ກໍຄືຈາກໂຮງງານເຫຼັກກ້າໃນນະຄອນ. ໃນຂະນະນັ້ນ, ໂຄສົກກະຊວງປ້ອງກັນປະເທດຢູແກຼນ Oleksandr Motuzyanyk ໃຫ້ຮູ້ວ່າ, ສະພາບການຢູ່ນະຄອນທ່າກ່ຳປັນ Mariupol ພວມ “ຫຍຸ້ງຍາກທີ່ສຸດ” ແລະ ກຳລັງກອງທັບ ລັດເຊຍ ຍັງບໍ່ທັນຄວບຄຸມທັງໝົດນະຄອນຢູ່ທາງຕິດຕາເວັນອອກສ່ຽງໃຕ້ນີ້ໄດ້.

        ກ່ອນໜ້ານັ້ນໜຶ່ງວັນ, ຝ່າຍ ຢູແກຼນ ໄດ້ປະຕິເສດຄຳຂາດຂອງ ລັດເຊຍ ກ່ຽວກັບເລື່ອງຍອມຈຳນົນຢູ່ທ່າກ່ຳປັ່ນ Mariupol, ເຊິ່ງເປັນບ່ອນທີ່ ມົດສະກູ ແຈ້ງວ່າ ບັນດາກຳລັງ ລັດເຊຍ ເກືອບຄືວ່າໄດ້ຄວບຄຸມທັງໝົດແລ້ວ ພາຍຫຼັງປະທະກັນເປັນເວລາເກືອບ 2 ເດືອນ.

        ໃນວັນດຽວກັນ, ວັງ Kremlin ຖືວ່າ ຢູແກຼນ ໄດ້ປ່ຽນແປງຫຼັກໝັ້ນຂອງຕົນຢ່າງຕໍ່ເນື່ອງ ເມື່ອເຕື້ອງເຖິງບັນດາບັນຫາເຊິ່ງໄດ້ຮັບຄວາມເຫັນດີໃນບັນດາການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ