ຢູແກຼນ ເພີ່ມສິດອຳນາດ ໃຫ້ອົງການປ້ອງກັນຄວາມສະຫງົບອັນດັບໜຶ່ງ

ຢູແກຼນ ເພີ່ມສິດອຳນາດ ໃຫ້ອົງການປ້ອງກັນຄວາມສະຫງົບອັນດັບໜຶ່ງ - ảnh 1
ສະພາ​ແຫ່ງ​ຊາດ​ຢູ​ແກຼນ
(ພາບ: tienphong.vn)


(vovworld) – ດ້ວຍ 253 ບັດ​ເຫັນ​ດີ, ວັນ​ທີ 25/12, ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ມອບ​ສິດ​ອຳນາດ​ຕື່ມ​ອີກ​​ໃຫ້​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ​ແລະ ປ້ອງ​ກັນ​ປະ​ເທ​ດ (NSDC) ຂອງ​ປະ​ເທດ​ນີ້. ອົງການ​ສື່ສານຂອງ​ສະພາ​​ແຫ່​ງຊາດ​ຢ​ູ​ແກຼນ ​ໃຫ້​ຮູ້​ວ່າ, ຕາມ​ຮ່າງ​ກົດໝາຍ​ສະບັບ​ໃໝ່​ດັ່ງກ່າວ, ​ນອກຈາກ​ມີ​ສິດ​ຄຸ້ມ​ຄອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຄື​ແຕ່​ກ່ອນ​ແລ້ວ, NSDC ຍັງມີ​ສິດ​ຄວບ​ຄຸ້ມ​ພາກສ່ວນ​ໜຶ່ງ​ບັນດາ​ອົງການ​ປະຕິບັດ​ກົດໝາຍ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ບັນດາ​ອົງການອຳນາດ​ບໍລິຫານ. ທ່ານ​ເລຂາ NSDC ຍັງ​ມີ​ສິດ​ປະກາດກົດ​​ໄອ​ຍະ​ການ​ເສິກ, ຫຼືສະພາບ​ການ​ສຸກ​ເສີນ​ຢູ່​ຢູ​ແກຼນ ​ໃນ​ກໍລະນີ​ເກີດ​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ແຫ່ງ​ຊາດ. ກ່ອນ​ນີ້, ທ່ານ​ປະທາ​ນາ​ທິບໍດີ​ຢູ​ແກຼນ ​ແມ່ນ​ຜູ້​ໜຶ່ງ​ດຽວ​ທີ່ມີ​ສິດ​ຈັດ​ວາງ​ກົດ​ລະບຽບ​ປ້ອງ​ກັນ​ຄວາມ​ສະຫງົບ​ພິ​ເສດ​ຢູ່​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ