ຢູ​ແກຼນ ແລະ ລັດ​ເຊຍ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ເປີດ​ແລວ​ທາງ​ມະ​ນຸດ​ສະ​ທຳ 9 ​ສາຍ

(VOVWORLD) -ທ່ານນາງຮອງນາຍົກລັດຖະມົນຕີ ຢູແກຼນ Iryna Vereshchuk ໄດ້ປະກາດວ່າ ກີແອບ ແລະ ມົດສະກູ ໄດ້ເຫັນດີເປັນເອກະພາບເປີດແລວທາງມະນຸດສະທຳ 9 ສາຍເພື່ອຍົກຍ້າຍສາມັນຊົນ ອອກຈາກທາງທິດຕາເວັນອອກ ຢູແກຼນ ເຊິ່ງພວມຖືກປິດລ້ອມ ໃນວັນທີ 11 ເມສາ, ລວມມີ 5 ເຂດຢູ່ Luhansk.

ຢູ​ແກຼນ ແລະ ລັດ​ເຊຍ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈະ​ເປີດ​ແລວ​ທາງ​ມະ​ນຸດ​ສະ​ທຳ 9 ​ສາຍ - ảnh 1ຊາວຢູແກຼນຢູ່ດ່ານຊາຍແດນ ຢູແກຼນ - ໂປໂລຍ (ພາບ: TTXVN)

ໃນຂະນະນັ້ນ, ລັດຖະບານ ອີຕາລີໄດ້ສະຫງວນເງິນ 610 ລ້ານ ເອີໂຣ ເພື່ອໜູນຊ່ວຍໃຫ້ແກ່ຊາວຢູແກຼນມາປະເທດນີ້ ແລະ ສະໜອງການໜູນຊ່ວຍດ້ານການເງິນໃຫ້ແກ່ລັດຖະບານ ຢູແກຼນ. ໃນສານດ້ວຍຄຼິບວີດີໂອ ກ່ຽວກັບບັ້ນ ສາກົນ “Stand Up for Ukraine” ໃນວັນທີ 9 ເມສາ, ທ່ານນາຍົກລັດຖະມົນຕີ ອີຕາລີ Mario Draghi ໃຫ້ຮູ້ວ່າ: ອີຕາລີ ໄດ້ສະຫງວນເງິນປະທານ 500 ລ້ານ ເອີໂຣ ເພື່ອໜູນຊ່ວຍໃຫ້ແກ່ຊາວ ຢູແກຼນມາ ຍັງອີຕາລີ ແລະ ໜູນຊ່ວຍການເງິນ 110 ລ້ານ ເອີໂຣໃຫ້ແກ່ລັດຖະບານ ຢູແກຼນ. ທ່ານນາຍົກລັດຖະມົນຕີ Draghi ເວົ້າຕື່ມອີກວ່າ ລັດຖະບານ ອີຕາລີ ກໍ່ໜູນຊ່ວຍເພີ່ມໃຫ້ແກ່ຊາວຢູແກຼນ ແລະ ບາງປະເທດບ້ານໃກ້ເຮືອນຄຽງ ຜ່ານຄະນະກຳມະການສະພາກາແດງສາກົນ ແລະ ອົງການຈັດຕັ້ງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ