ຢູແກຼນ - ໂປໂລຍ ລົງນາມໃນຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ

(VOVWORLD) - 2 ຝ່າຍໄດ້ດຳເນີນການເຈລະຈາກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຢູແກຼນ ແລະ ໂປໂລຍ, ເສັ້ນທາງຂອງ ຢູແກຼນ ມຸ່ງໄປເຖິງສະຫະພາບ ເອີລົບ
ຢູແກຼນ - ໂປໂລຍ ລົງນາມໃນຂໍ້ຕົກລົງຮ່ວມມືດ້ານຄວາມໝັ້ນຄົງ - ảnh 1 ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk
(ພາບປະກອບ: AFP/TTXVN)

        ວັນທີ 08 ກໍລະກົດ, ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ແລະ ທ່ານນາຍົກລັດຖະມົນຕີ ໂປໂລຍ Donald Tusk ໄດ້ລົງນາມໃນຂໍ້ຕົກລົງຄວາມໝັ້ນຄົງ 2 ຝ່າຍໃນຂອບເຂດການໄປຢ້ຽມຢາມ Warszawa ຂອງການນຳ ຢູແກຼນ. 2 ຝ່າຍໄດ້ດຳເນີນການເຈລະຈາກ່ຽວຂ້ອງເຖິງການຮ່ວມມືດ້ານປ້ອງກັນຊາດລະຫວ່າງ ຢູແກຼນ ແລະ ໂປໂລຍ, ເສັ້ນທາງຂອງ ຢູແກຼນ ມຸ່ງໄປເຖິງສະຫະພາບ ເອີລົບ (ອີຢູ), ກໍຄືແລກປ່ຽນກ່ຽວກັບກອງປະຊຸມສຸດຍອດອົງການສົນທິສັນຍາມະຫາສະໝຸດອັດລັງຕິກເໜືອ (ນາໂຕ) ເຊິ່ງຈັດຂຶ້ນແຕ່ວັນທີ 09 – 11 ກໍລະກົດ, ຢູ່ ວໍຊິງຕັນ, ປະເທດ ອາເມລິກາ.

        ກ່າວຄຳເຫັນພາຍຫຼັງເຊັນຂໍ້ຕົກລົງດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Donald Tusk ກໍ່ໃຫ້ຮູ້ວ່າ, ໂປໂລຍ ພວມປຶກສາຫາລືວິທີເພື່ອສະໜອງພະລັງງານໃຫ້ແກ່ ຢູແກຼນ ກ່ອນທີ່ຈະຮອດລະດູໜາວ. ຂໍ້ຕົກລົງກັບ ໂປໂລຍ ແມ່ນຂໍ້ຕົກລົງດ້ານຄວາມໝັ້ນຄົງສະບັບທີ 21 ເຊິ່ງ ກີແອັບ ໄດ້ລົງນາມກັບບັນດາປະເທດ ແລະ ກຸ່ມ. ກ່ອນໜ້ານັ້ນ, ເຈົ້າໜ້າທີ່ບັນດາປະເທດໃຫ້ຮູ້ວ່າ, ບັນດາຂໍ້ຕົກລົງດັ່ງກ່າວບໍ່ຄືກັນກັບສົນທິສັນຍາປ້ອງກັນລວມລະຫວ່າງບັນດາປະເທດສະມາຊິກ ນາໂຕ, ຫາກແມ່ນຄຳໝັ້ນສັນຍາເພື່ອໃຫ້ ກີແອັບ ປັບປຸງກຳລັງຄວາມສາມາດດ້ານປ້ອງກັນຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ