ຢູແກຼນຍົກອອກເງື່ອນໄຂໃຫ້ການແກ່ຜັນຂະຫຍາຍຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາຢູ່ພາກຕາເວັນອອກ

(VOVWORLD) - ວັນທີ 07 ກັນຍາ, ທ່ານປະທານາທິບໍດີຢູແກຼນ Petro Poroshenko ໄດ້ຍົກອອກບັນດາເງື່ອນໄຂຂອງ Kiev ໃຫ້ເລື່ອງຜັນຂະຫຍາຍກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ ເຖິງເຂດປະທະກັນຢູ່ພາກຕາເວັນອອກຂອງປະເທດນີ້

ຢູແກຼນຍົກອອກເງື່ອນໄຂໃຫ້ການແກ່ຜັນຂະຫຍາຍຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາຢູ່ພາກຕາເວັນອອກ - ảnh 1 ທ່ານປະທານາທິບໍດີຢູແກຼນ Petro Poroshenko

(ພາບປະກອບ: EPA/TTXVN)

ຕາມຂໍ້ສະເໜີຂອງທ່ານປະທານາທິບໍດີລັດເຊຍ Vladimir Putin. ກ່ອນໜ້ານັ້ນ, ລັດເຊຍ ໄດ້ສະເໜີຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ອະນຸຍາດໃຫ້ຜັນຂະຫຍາຍຄະນະປະຕິບັດງານປະກອບອາວຸດເບົາມາ ເພື່ອປົກປ້ອງບັນດານັກສັງເກດການສາກົນທີ່ພວມຕິດຕາມກວດກາການປະທະກັນຢູ່ພາກຕາເວັນອອກຂອງຢູແກຼນ. ມົດສະກູ ປາດຖະໜາວ່າ ກຳລັງດັ່ງກ່າວພຽງເຄື່ອນໄຫວຢູ່ລຽບຕາມເຂດປະທະກັນລະຫວ່າງກຳລັງລັດຖະບານຢູແກຼນ ກັບບັນດາກຳລັງທີ່ໄດ້ຮັບການສະໜັບສະໜູນຈາກລັດເຊຍ. ເຖິງຢ່າງໃດກໍ່ຕາມ, ທ່ານ Poroshenko ໄດ້ຄັດຄ້ານຂໍ້ສະເໜີຂອງລັດເຊຍ ແລະ ເນັ້ນໜັກວ່າ, ຄະນະປະຕິບັດງານຂອງສະຫະປະຊາຊາດ ຕ້ອງໄດ້ຮັບອະນຸຍາດລາດຕາເວນໃນເຂດປະທະກັນທັງໝົດ ແລະ ເຂດຊາຍແດນລະຫວ່າງລັດເຊຍ ກັບຜືນແຜ່ນດິນເຊິ່ງກຳລັງທວງເອົາເປັນເອກະລາດພວມຄວບຄຸມ.

ຕອບກັບ

ຂ່າວ/ບົດ​ອື່ນ