ຢູ​ແກຼນຍຸບ​ເລິກ​ສະພາ ​ແຫ່ງ​ຊາດ


ຢູ​ແກຼນຍຸບ​ເລິກ​ສະພາ ​ແຫ່ງ​ຊາດ - ảnh 1

ທ່ານ Petro Poroshenko

(ພາບ: vov )

(vovworld) –​​​​ວັນ​ທີ 25/8, ປະທານາທິບໍດີ ຢູ​ແກຼນ Petro Poroshenko ຕົກລົງ​ຍຸບ​ເລິກ​ສະພາ​ແຫ່ງ​ຊາດ ​ແລະ ກຳນົດ​ການ​ເລືອກ​ຕັ້ງທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ ຄື​ໃນ​ວັນ​ທີ 26/10 ຈະ​ມາ​ເຖິງ. ​ໃນ​ແຈ້ງ​ການ​ທາງ​​ໜ້າ​ເວັບ​ຂອງ​ປະທານາທິບໍດີ, ປະທານາທິບໍດີ ຢູ​ແກຼນ Petro Poroshenko ຢ້ຳຄືນ​ວ່າ, ວັນ​ທີ 24/8, ພັນ​ທະ​ມິດ​ສ່ວນ​ຫຼາຍ​ສະໜັບສະໜູນ​ລັດຖະບານ​ທີ່​ສະພາ​ແຫ່ງ​ຊາດ​ໄດ້​ພັງ​ທະລາ​ຍ​ແລ້ວ. ​ໃນ​ຮອບ​ເວລາ 1 ​ເດືອນ, ພັນທະ​ມິດ​ບໍ່​ໄດ້​ຮັບ​ການ​ສ້າງຕັ້ງຂຶ້ນ, ສະນັ້ນ, ຕາມ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ, ປະທານາທິບໍດີມີ​ສິດ​ຍຸບ​ເລິກ​ສະ​ແຫ່ງ​ຊາດ. ທ່ານ Petro Poroshenko ​ເອີ້ນ​ວ່າ, ນີ້​ແມ່ນ “ຂໍ້​ຕົກລົງ​ທີ່​ມີ​ຄວາມ​ຮັບຜິດຊອບ ​ແລະ ຖືກຕ້ອງ​ພຽງ​ໜຶ່ງ​ດຽວ“ ຖືກ​ຍົກ​ອອກ​ມາ​ອີງຕາມ​ໝາກຜົນ​​ໃນ​ການຢັ່ງ​ຫາງ​ສຽງ​ສັງຄົມ, ຊື່​ງຕາມ​ທ່ານ​ແລ້ວ, ມີ​ເຖິງ “ປຊຊ 80% ສະໜັບສະໜູນ​ການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ“. ປະທານາທິບໍດີ ຢູ​ແກຼນ Petro Poroshenko ຕີ​ລາຄາ​ວ່າ, ພາກສ່ວນ​ໃນ​ປະຈຸ​ບັນ​ຢູ່​ສະພາ​ແຫ່ງ​ຊາດ​ບໍ່​ສອດຄ່ອງ​ກັບ​ສະພາບ​ການ​ເມືອງ​ຢູ​ແກຼນ ​ແລະ ການ​ດຳ​ເນີນການ​ເລືອກ​ຕັ້ງກ່ອນ​ກຳນົດ​ເວລາ ​ແມ່ນ​ສ່ວນ​ໜຶ່ງ​ໃນ​ແຜນການ​ສັນຕິພາບ​ດ້ວຍ​ປັດ​ໄຈ​ຕົ້ນຕໍ​ແມ່ນ “ການ​ເຈລະຈາ​ການ​ເມືອງ​ກັບ Donbass“. ຕາມ​ທ່ານ​ Petro Poroshenko ​ແລ້ວ, ບັນດາ​ຜູ້​ແທນ​ໃນ​ເຂດ ​ Donbass ໄດ້ຮັບ​ການ​ເລືອກ​ຕັ້ງຈະ​ຍາດ​ໄດ້​ຄວາມ​ເຊື່ອໝັ້ນ ​ແລະ ສິດ​ຕາງໜ້າ​ໃຫ້​ເຂດ​ໃນ​ການ​ພົບ​ປະ​ກັບ​ອຳນາດ​ການ​ປົກຄອງ​ສູນກາງຄັ້ງຕ່າ​ງໆ./.

ຂ່າວ/ບົດ​ອື່ນ