ຢູແກຼນຍາດເອົາສິດຄວບຄຸມເຂດຊາຍແດນພາກຕາເວັນອອກ

ຢູແກຼນຍາດເອົາສິດຄວບຄຸມເຂດຊາຍແດນພາກຕາເວັນອອກ - ảnh 1
ນາຍທະຫານ ຢູແກຼນ
(ພາບ: AFP)

(vovworld) – ວັນ​ທີ 20/6, ຜູ້​ຮັກສາ​ການ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ​ແກຼນ ທ່ານ Mykhailo Koval ຖະ​ແຫຼ​ງວ່າ: ບັນດາ​ກຳລັງ​ປ້ອງ​ກັນ​ຄວາ​ມສະຫງົບ​ຂອງ​ປະ​ເທດ​ນີ້ ​ຍາດ​ເອົາ​ສິດ​ຄວບ​ຄຸມ​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ອອກ, ສະກັດ​ກັ້ນ​ການ​ຂົນ​ສົ່ງ​ອາວຸດ​ໃຫ້​ບັນດາ​ມື​ປືນ ຮຽກຮ້ອງ​ຫັນ​ເຂດ​ຂາດ​ສະຖຽນ​ລະ​ພາບ​ນີ້​ເປັນ​ສະຫະພັນ. ທ່ານ Koval ຢືນຢັນ​ວ່າ: ປະຈຸ​ບັນ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ​ແກຼນ ​ໄດ້​ສ້າງ​ການ​ຄວບ​ຄຸມ​ຢູ່​ອ້ອມ​ແອ້ມ​ເຂດ​ຊາຍ​ແດນ.

    ກ່ຽວຂ້ອງ​ເຖິງ​ວິ​ກິດ​ກາ​ນຢູ່ ຢູ​ແກຼນ, ອະດີດ​ປະທານາທິບໍດີ 3 ທ່ານ​ຂອງ​ປະ​ເທດ​ນີ້​ຄື​ທ່ານ Leonid Kravchuk, Leonid Kuchma ​ແລະ ທ່ານ Viktor Yushchenko ​ໄດ້ຝາກ​ຈົດໝາຍ​ເຖິງ​ປະທານາທິບໍ​ດີ​ຄົນ​ປະຈຸ​ບັນ Petro Poroshenko ສະ​ເໜີ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ຫລຸດ​ພົ້ນອອກ​ຈາກ​ວິ​ກິດ​ການ​ໃນ​ປະຈຸ​ບັນ, ​ໃນ​ນັ້ນ​ສະ​ໜັບສະ​ໜູນ​ທັດສະນະ​ຂອງ​ທ່ານ Poroshenko ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​​ໃນ​ປີ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ “​ເລື່ອງຢຸດຕິ​ການ​ປະ​ທະ​ກັນ​ດ້ານ​ການ​ທະຫານ​ຢູ່​ແຂວງ Donetsk ​ແລະ Lugansk, ສ້າງ​ຕັ້ງ​ບັນດາ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ໃຫ້ ປະຊາຊົນ​ກັບ​ຄືນ​ສູ່​ຊີວິດ​ຢ່າງ​ປົກກະຕິ​ແມ່ນ​ໜ້າ​ທີ່​ຍຸດ​ທະ​ສາດ​ອັນ​ດັບ​ໜຶ່ງ​ໃນ​ປະຈຸ​ບັນ.”


ຂ່າວ/ບົດ​ອື່ນ