ຢູ​ແກຼນ​ຕໍ່​ເວ​ລາ​ກຳ​ນົດ ​ສະ​ພາບ​ການ ກົດໄອຍະການເສິກ ຕື່ມ​ອີກ 90 ວັນ

(VOVWORLD) - ທ່ານປະທານາທິບໍດີ Zelensky ໄດ້ປະກາດສະພາວະກົດໄອຍະການເສິກຄັ້ງທຳອິດໃນວັນທີ 24 ກຸມພາປີ 2022 ແລະ ໄດ້ຕໍ່ເວລາສະພາບການນີ້. ການຕໍ່ເວລາກຳນົດຕື່ມອີກ 90 ວັນຄັ້ງຫຼ້າສຸດແມ່ນໃນວັນທີ 20 ພຶດສະພາ.
ຢູ​ແກຼນ​ຕໍ່​ເວ​ລາ​ກຳ​ນົດ ​ສະ​ພາບ​ການ ກົດໄອຍະການເສິກ ຕື່ມ​ອີກ 90 ວັນ - ảnh 1ພາບປະກອບ: THX/TTXVN

ວັນທີ 17 ສິງຫາ, ທ່ານປະທານາທິບໍດີ ຢູແກຼນ Volodymir Zelensky ໄດ້ເຊັນກົດໝາຍວ່າດ້ວຍການຕໍ່ເວລາກຳນົດ ສະພາວະ ກົດໄອຍະການເສິກ ແລະ ຄຳສັ່ງ ລະດົມປະຊາຊົນທົ່ວປະເທດຕື່ມອີກ ປະມານ 3 ເດືອນ. ໃນຊ່ອງ Telegram, ທະນາຍຄວາມ Yaroslav Zheleznyak ໄດ້ຢັ້ງຢືນວ່າ: “ທ່ານປະທານາທິບໍດີ ໄດ້ເຊັນກົດໝາຍວ່າດ້ວຍການ ຕໍ່ເວລາກຳນົດ ສະພາວະກົດໄອຍະການເສິກ ແລະ ຄຳສັ່ງລະດົມປະຊາຊົນທົ່ວປະເທດຕື່ມອີກ 90 ວັນ, ຮອດວັນທີ 15 ພະຈິກ ປີ 2023”. ກ່ອນໜ້ານັ້ນ, ບັນດາຮ່າງກົດໝາຍສະບັບດັ່ງກ່າວ ໄດ້ຮັບຮອງເອົາຈາກສະພາແຫ່ງຊາດ ຢູແກຼນໃນວັນທີ 27 ກໍລະກົດ.

ທ່ານປະທານາທິບໍດີ Zelensky ໄດ້ປະກາດສະພາວະກົດໄອຍະການເສິກຄັ້ງທຳອິດໃນວັນທີ 24 ກຸມພາປີ 2022 ແລະ ໄດ້ຕໍ່ເວລາສະພາບການນີ້. ການຕໍ່ເວລາກຳນົດຕື່ມອີກ 90 ວັນຄັ້ງຫຼ້າສຸດແມ່ນໃນວັນທີ 20 ພຶດສະພາ ແລະ ຈະໝົດເວລາກຳນົດໃນວັນທີ 18 ສິງຫາ. ຕາມແຜນການແລ້ວ, ປະເທດນີ້ຈະຮອດໄລຍະການເລືອກຕັ້ງສະພາແຫ່ງຊາດໃນເດືອນຕຸລາ ແລະ ການເລືອກຕັ້ງປະທານາທິບໍດີໃນຕົ້ນປີ 2024. ເຖິງຢ່າງໃດກໍ່ຕາມ, ຢູແກຼນບໍ່ສາມາດຈັດຕັ້ງສອງການເລືອກຕັ້ງສຳຄັນດັ່ງກ່າວຈົນກ່ວາຈະຮອດເວລາ ສະພາວະ ກົດໄອຍະການເສິກຖືກຍົກເລີກ.

ຕອບກັບ

ຂ່າວ/ບົດ​ອື່ນ