ຢູແກຼນປິດເຕົານິວເຄຼຍ ຍ້ອນຕິດຂັດດ້ານ ເຕັກນິກ


ຢູແກຼນປິດເຕົານິວເຄຼຍ ຍ້ອນຕິດຂັດດ້ານ ເຕັກນິກ - ảnh 1

ໂຮງງານໄຟຟ້ານິວເຄຼຍ​ Zaporizhia

 (ພາບ: RT )

 (vovworld)- ​ ວັນ​ທີ 28/12, ຢູ​ແກຼນ​ ໄດ້​ປິດ 1 ​ໃນ 6 ​ເຕົາ​ນິວ​ເຄຼຍຢູ່​ໂຮງງານ​ໄຟຟ້າ​ນິວ​ເຄຼຍຍ້ອນ​ເກີດ​ເຫດການ​ຕິດ​ຂັດໄຟຟ້າ. ບໍລິສັດ​ໄຟຟ້າ​ນິວ​ເຄຼຍ​ແຫ່ງ​ຊາດ Energoatom ​ໃຫ້​ຮູ້​ວ່າ: ​ລະດັບ​ການ​ແຜ່ທາດ​ກຳ​ມັນ​ຕະພາບລັງສີ​ໃນ​ເຂດ​ນີ້​ຍັງ​ຢູ່​ໃນ​ລະດັບກຳນົດ ​ແລະ 5 ​ເຕົາ​ນິວ​ເຄຼຍຍັງ​ເຫຼືອ​ຍັງ​ເຄື່ອນ​ໄຫວ​ເປັນ​ປົກກະຕິ. ​ໂຮງງານ Zaporizhia ຕັ້ງຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຢູ​ແກຼນ ດ້ວຍ​ກຳລັງ​ຜະລິດ​ໄຟຟ້າ 6000 megawatt​ ​ແມ່ນ​ໂຮງງານ​ໄຟຟ້າ​ນິວ​ເຄຼຍ​ໃຫ່ຍກ່ວາ​ໝູ່​ຢູ່​ເອີ​ລົບ ​ແລະ ​ໃຫ່ຍອັນ​ດັບ​ມີ 5 ​ໃນ​ໂລກ, ຕອບ​ສະໜອງ 40% ພະລັງງານ​ໄຟຟ້າ​ນິວ​ເຄຼຍຈຳໜ່າຍ​ຢູ່ ຢູ​ແກຼນ./.

ຂ່າວ/ບົດ​ອື່ນ