ຢູ​ແກຼນ​ຢັ້ງ​ຢືນ​ສືບ​ຕໍ່​ກະ​ກຽມ​ໃຫ້​ແກ່​ການ​ສົ່ງ​ອອກ​ທັນ​ຍາ​ຫານ

(VOVWORLD) -ຕາມລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ ແລ້ວ, ທ່ານກໍ່ພວມມີການເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງ ຢູແກຼນ Oleksiy Reznikov ແລະ ທ່ານລັດຖະມົນຕີພື້ນຖານໂຄງລ່າງຢູແກູນ Oleksandr Kubrakov, ໂດຍແມ່ນຜູ້ໄດ້ລົງນາມກ່ຽວກັບການສົ່ງອອກທັນຍາຫານຢູ່ Istanbul ໃນວັນທີ 22 ກໍລະກົດ.
ຢູ​ແກຼນ​ຢັ້ງ​ຢືນ​ສືບ​ຕໍ່​ກະ​ກຽມ​ໃຫ້​ແກ່​ການ​ສົ່ງ​ອອກ​ທັນ​ຍາ​ຫານ - ảnh 1ພາບປະກອບ: AFP/TTXVN

ວັນທີ 23 ກໍລະກົດ, ທ່ານ Oleksandr Kubrakov ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ຢູແກຼນ ໃຫ້ຮູ້ວ່າ, ປະເທດນີ້ຈະສືບຕໍ່ກະກຽມໃຫ້ແກ່ການເຄື່ອນໄຫວສົ່ງອອກ ຜະລິດຕະພັນກະເສດຈາກທ່າກຳປັ່ນຢູ່ທະເລດຳ, ໂດຍບໍ່ຫົວຊາຕໍ່ການບຸກໂຈມຕີລູກສອນໄຟໃສ່ກຳປັ່ນ Odessa ໃນວັນທີ 23 ກໍລະກົດ. ໃນຂະນະນັ້ນ, ໃນວັນດຽວກັນ, ກະຊວງປ້ອງກັນປະເທດ ຕວັກກີ ລົງຂ່າວວ່າ ລັດເຊຍໄດ້ແຈ້ງໃຫ້ ອາກາຣາ ຮັບຊາບວ່າ ເຂົາເຈົ້າບໍ່ກ່ຽວຂ້ອງເຖິງການບຸກໂຈມຕີໃສ່ທ່າກຳປັ່ນນີ້.

ຕາມລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ ແລ້ວ, ທ່ານກໍ່ພວມມີການເຈລະຈາທາງໂທລະສັບກັບຄູ່ຮ່ວມຕຳແໜ່ງ ຢູແກຼນ Oleksiy Reznikov ແລະ ທ່ານລັດຖະມົນຕີພື້ນຖານໂຄງລ່າງຢູແກູນ Oleksandr Kubrakov, ໂດຍແມ່ນຜູ້ໄດ້ລົງນາມກ່ຽວກັບການສົ່ງອອກທັນຍາຫານຢູ່ Istanbul ໃນວັນທີ 22 ກໍລະກົດ.

ບັນດາເຈົ້າໜ້າທີ່ ຢູແກຼນ ໄດ້ແຈ້ງໃຫ້ທ່ານ Akar ຮູ້ກ່ຽວກັບການບຸກໂຈມຕີລູກສອນໄຟ ໃສ່ໜຶ່ງໃນບັນດາສະຖານທີ່ຂົນຖ່າຍສິນຄ້າຢູ່ ທ່າກຳປັ່ນ ແລະ ບໍ່ມີຜົນຮ້າຍຕາມມາທີ່ຮ້າຍແຮງ. ທ່ານລັດຖະມົນຕີ Kubrakov ກໍ່ສະແດງຄວາມຫວັງວ່າ ເອກະສານໄດ້ຮັບການລົງນາມ ບໍ່ພຽງແຕ່ກູ້ເອົາພື້ນຖານເສດຖະກິດຢູແກຼນເທົ່ານັ້ນ, ຫາກຍັງອາດຈະກູ້ເອົາຊີວິດປະຊາຊົນນັບລ້ານຄົນ ຫຼຸດພົ້ນອອກຈາກໄພອຶດຫິວ ແລະ ປະຊາຊົນນັບຕື້ຄົນຫຼຸດພົ້ນອອກຈາກສະພາບການທຸກຍາກ.

ກ່ອນໜ້ານັ້ນ, ວັນທີ 22 ກໍລະກົດ, ລັດເຊຍ, ຢູແກຼນ, ຕວັກກີ ແລະ ສະຫະປະຊາຊາດ ໄດ້ລົງນາມຂໍ້ຕົກລົງການສົ່ງອອກທັນຍາຫານ ຂອງຢູແກຼນ ຈາກທ່າກຳປັ່ນທະເລດຳ, ເຊິ່ງຖືກສະກັດກັ້ນ ພາຍຫຼັງລັດເຊຍເລີ່ມຕົ້ນບັ້ນການທະຫານພິເສດ.

ຕອບກັບ

ຂ່າວ/ບົດ​ອື່ນ