ຢູແກຼນຢຸດຕິການຮ່ວມມືດ້ານເຕັກນິກການທະຫານກັບລັດເຊຍ

ຢູແກຼນຢຸດຕິການຮ່ວມມືດ້ານເຕັກນິກການທະຫານກັບລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseniy Yarsenyuk
(ພາບປະກອບ: EPA)


​(vovworld) – ວັນ​ທີ 20/05, ທ່ານ​ນາຍົກລັດຖະມົນຕີຢູ​ແກຼນ Arseniy Yarsenyuk ​ໃຫ້​ຮູ້​ວ່າ Kiev ​ໄດ້​ຕົກລົງ​ຍົກ​ເລີກ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ກັບ​ລັ​ດ​ເຊຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Yarsenyuk ​ໄດ້​ແຈ້ງ​ໃຫ້​ຮູ້ວ່າ ລັດຖະບານ​ຢູ​ແກຼນ ຢຸດຕິ​ຜົນ​ສັກ​ສິດສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ​ກັບ​ສະຫະພັນ​ລັດ​ເຊຍ ທີ່​ໄດ້​ລົງ​ນາມ​ເມື່ອ​ປີ 1993.

      ​ໃນ​ເດືອນ 05/1993, ລັດ​ເຊຍ ​​ແລະ ຢູ​ແກຼນ ​ລົງ​ນາມ​ໃນ​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເຕັກນິກ​ການ​ທະຫານ, ​ຕາມ​ນັ້ນ​ແລ້ວ 2 ຝ່າຍ​ຕົກລົງ​​ຮັກສາ ​ແລະ ພັດທະນາການ​ຮ່ວມ​ມື​ໃນ​ການ​ຜະລິດ​ບັນດາ​ສິນຄ້າ​ການ​ທະຫານ​ເພື່ອ​ສະໜອງ​ໃຫ້​ກັນ. ​ແຕ່​ວ່າ, ນັບ​ແຕ່​ທ້າຍ​ເດືອນ 03/2014, ຢູ​ແກຼນ ​ໄດ້ຢຸດຕິ​ການ​ຂົງສົ່ງ​ບັນດາ​ສິນຄ້າ​ດ້ານ​ການ​ທະຫານ​ເຖິງ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ