ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວການ​ຍົກ​ຍ້​າຍ​ສາ​ມັນ​ຊົນ​ອອກ​ຈາກພາກ​ຕາ​ເວັນ​ອອກ

(VOVWORLD) -ວັນທີ 17 ເມສາ, ຢູແກຼນໄດ້ຖະແຫຼງຢຸດຕິຊົ່ວຄາວ 1 ວັນສຳລັບການເຄື່ອນໄຫວຍົກຍ້າຍສາມັນຊົນອອກຈາກພາກຕາເວັນອອກ ທີ່ພວມຖືກຖືກສົງຄາມທຳລາຍ ຍ້ອນບໍ່ບັນລຸໄດ້ຂໍ້ຕົກລົງກັບ ລັດເຊຍ.

 ຢູ​ແກຼນ​ຢຸດ​ຕິ​ຊົ່ວ​ຄາວການ​ຍົກ​ຍ້​າຍ​ສາ​ມັນ​ຊົນ​ອອກ​ຈາກພາກ​ຕາ​ເວັນ​ອອກ - ảnh 1ຊາວຢູແກຼນອອກຈາກນະຄອນ Mariupol (ພາບ: THX/TTXVN)

ທ່ານຮອງນາຍົກລັດຖະມົນຕີ ຢູແກຼນ Iryna Vereshchuk ໃຫ້ຮູ້ວ່າ ຮອດຕອນເຊົ້າວັນທີ 17 ເມສາ, Kiev ບໍ່ສາມາດບັນລຸໄດ້ຂໍ້ຕົກລົງກ່ຽວກັບຄຳສັ່ງຢຸດຍິງຢູ່ເສັ້ນທາງຫຼົບໄພ. ດັ່ງນັ້ນ, ປະເທດນີ້ຈະບໍ່ເປີດບັນດາແລວທາງມະນຸດສະທຳໃນວັນທີ 17 ເມສາ, ຢູແກຼນ ໄດ້ເລັ່ງໃຫ້ ປະຊາຊົນຢູ່ເຂດທາງທິດຕາເວັນອອກ Donbass ຍົກຍ້າຍໄປຍັງທາງທິດຕາເວັນຕົກ ເພື່ອຫຼີກລ້ຽງການປະທະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ