ຢູແກຼນສ້າງຕັ້ງສຳພັນທະມິດກຳອຳນາດ,ເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່

ຢູແກຼນສ້າງຕັ້ງສຳພັນທະມິດກຳອຳນາດ,ເລືອກຕັ້ງປະທານສະພາແຫ່ງຊາດຄົນໃໝ່ - ảnh 1
ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ

(vovworld) - ​​ວັນ​ທີ 27/11, ສ​ະ​ພາ​ແຫ່ງ​ຊາດ ຢູ​ແກຼນ ຊຸດ​ທີ 8 ໄດ້​ຈັດ​ວາ​ລະ​ປະ​ຊຸມ​ທຳ​ອິດ, ດ້ວຍ​ເລື່ອງ​ເລືອກ​ຕັ້ງ​ທ່ານ Vladimir Groysman ຂຶ້ນ​ກັບ “ກຸ່ມ Poroshenko” ​ດຳລົງ​ຕຳ​ແໜ່ງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ. ທ່ານ Groysman ໄດ້​ຮັບ​ບັດ​ສະ​ໜັບ​ສະ​ໜູນ 359 ບັດ​ທີ່​ສະ​ພາ​ແຫ່ງ​ຊາດ. ຄາດ​ວ່າ, ສະ​ພາ​ແຫ່ງ​ຊາດ ຢູ​ແກຼນ ຈະ​ປ່ອນ​ບັດ​ເລືອກ​ຕັ້ງ​ຮອງ​ປະ​ທານ 2 ທ​່ານ​ໃນ​ວັນ​ທີ 2/12 ຈະ​ມາ​ເຖິງ. ກ່ອນ​ໜ້ານັ້ນ, 5 ພັກ​ຝ່າຍ​ໃນ​ສະ​ພາ​ແຫ່ງ​ຊາດໃໝ່​ຂອງ ຢູ​ແກຼນ ໄດ້​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ດ້ວຍ​ຊື່​ວ່າ “ຢູ​ແກຼນ​ຂອງ ເອີ​ລົບ”. ສຳ​ພັນ​ທະ​ມິດນີ້​ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ 302 ທ່ານ. ຕາມ​ຂໍ້​ຕົ​ກ​ລົງ​ສຳ​ພັນ​ທະ​ມິດແລ້ວ, ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ​ກຳ​ອຳ​ນາດຢັ້ງ​ຢືນ​ໜ້າ​ທີ່​ຕົ້ນ​ຕໍ່​ຂອງ​ສ​ຳ​ພັນ​ທະ​ມິດ​ແມ່ນ​ຮັບ​ປະ​ກັນ​ຄວາມ​ສາ​ມາດ​ປ້ອງ​ກັນ​ປະ​ເທດ​ຂອງ ຢູ​ແກຼນ, ຟື້ນ​ຟູ​ການ​ເຕີບ​ໂຕ​ເສດ​ຖະ​ກິດ, ປົກ​​ປ້ອງ​ສິດ ແລະ ຄວາມ​ເສ​ລີ​ຂອງ​ພົນ​ລະ​ເມືອງ​ປະ​ເທດ ເອີ​ລົບ ຕາ​ເວັນ​ອອກນີ້.


ຂ່າວ/ບົດ​ອື່ນ