ຢູແກຼນຫ້າມບັນດາຖ້ຽວບິນໄປຍັງKhakovແລະDnipropetrovsk

ຢູແກຼນຫ້າມບັນດາຖ້ຽວບິນໄປຍັງKhakovແລະDnipropetrovsk - ảnh 1
ສະ​ໜາມ​ບິນ Donetsk ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ເມືອ​ເດືອນ 9
(ພາບ: Reuters
)

(vovworld) – ​ວັນ​ທີ 29/11, ວົງ​ການ​ເຈົ້າ​ໜ້​າ​ທີ່ ຢູແກຼນ ອອ​ກ​ຄຳ​ສັ່ງ​ຫ້າມ​ທຸກໆ​ຖ້ຽວ​ບິນ​ເຖິງ​ບັນ​ດາ​ນະ​ຄອນ​ໃຫຍ່​ທີ 2 ແລະ ທີ 3 ຂອງ​ປະ​ເທດນີ້​ແມ່​ນ Khakov ແລະ Dnipropetrovsk.

        ທ່ານ Denis Antoniuk, ສັງ​ກັດ​ອົງ​ການ​ການ​ບິນ ຢູ​ແກຼນ, ໃຫ້​ຮູ້​ວ່າ: ຍ້ອນ​ສາຍ​ເຫ​ດ​ຄວາມ​ປອດ​ໄພ, ລັດ​ເຊຍ ບໍ່​​ໄດ້ປະ​ຕິ​ບັດ​ບັນ​ດາ​ຖ້ຽວ​ບິນ​ເຖິງ Khakov ແລະ Dnipropetrovsk. ຄຳ​ສັ່ງ​​ເກືອດຫ້າມບໍ່​ມີ​ເວ​ລາ​ກຳ​ນົດ​ນີ້​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ບໍ​ລິ​ສັດ​ການ​ບິນ Dniproavia ຂອງ ຢູ​ແກຼນ.

        ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ, ສະ​ໜາມ​ບິນ Lugansk ຖືກ​ມ້າງ​ທຳ​ລາຍ​ໃນ​ການ​ປະ​ທະ​ກັນ​ທີ່​ແກ່​ຍາວ​ລະ​ຫວ່າງ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ ແລະ ບັນ​ດາ​ກຳ​ລັງ​ຂອງ​ລັດ​ຖະ​ບານ ຢູ​ແກຼນ ໃນ​ຂະ​ນະ​ສົງ​ຄາມ​ສືບ​ຕໍ່​ເກີດ​ຂຶ້ນ​ໃນ​ສະ​ໜາມ​ບິນ Donetsk.

        ແລະ​ກໍ່​ໃນ​ວັນດຽວ​ກັນ, ຮອງ​ຜູ້​ອຳ​ນວຍ​ການ​ສູນ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​​ຄວບ​ຄຸມວິ​ກິດ​ການ​ຂຶ້ນ​ກັບ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ລັດ​ເຊຍ ທ່ານ Oleg Voronov, ໃຫ້​ຮູ້​ວ່າ: ກະ​ຊວງນີ້​ໄດ້​​ຈັດ​ຂະ​ບວນ​ລົດ​ຂົນ​ສົ່ງ​ສິນ​ຄ້າ​ມະ​ນຸດ​ສະ​ທຳ​ເຖິງ​ເຂດ Donbass, ຢູ​ແກຼນ ຕາ​ເວັນ​ອອກ. ທ່ານ Voronov ຊີ້​ແຈ້ງວ່າ: ຂະ​ບວນ​ລົດ​ລວມ​ມີ​ລົດ​ຂົນ​ສົ່ງ​ສິນ​ຄ້າ 100 ຄັນ​ບັນ​ຈຸສິນ​ຄ້າ​ໜູນ​ຊ່ວຍ​ກ່​ວາ 1.200 ໂຕນ. ຖ້າ​ຫາກ​ຂະ​ບວນ​ລົດ​ນີ້​ໄປ​ຜ່ານ​ຊາຍ​ແດນ​ລັດ​ເຊຍ ແລະ ຢູ​ແກຼນ, ນີ້​ຈະ​ແມ່ນ​ຖ້ຽວ​ສິນ​ຄ້າ​ກູ້​ຊ່ວຍ​ທີ 7 ເຊິ່ງ ມົດ​ສ​ກູ ​ສົ່ງ​ເຖິງ​ພາກ​ຕາ​ເວັນ​ອອກ ຢູ​ແກຼນ.


ຂ່າວ/ບົດ​ອື່ນ