ຢູແກຼນເກີດເຫດຍິງປືນໃສ່ບັນດານັກສັງເກດການOSCEຢູ່ພາກຕາເວັນອອກ

ຢູແກຼນເກີດເຫດຍິງປືນໃສ່ບັນດານັກສັງເກດການOSCEຢູ່ພາກຕາເວັນອອກ - ảnh 1
ຢູແກຼນເກີດເຫດຍິງປືນໃສ່ບັນດາ
ນັກສັງເກດການOSCEຢູ່ພາກຕາເວັນອອກ
(ພາບ: Reuters)

(vovworld) –​ ບັນ​ດາ​ນັກ​ສັງ​ເກດ​ການ​ຂອງ​ອົງ​ກ​ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ຮ່ວມ​ມື ເອີ​ລົບ (OSCE) ໄດ້​ລາຍ​ງານ​ເມື່ອວັນ​ທີ 17/01 ​ວ່າ, ​ຂະ​ບວນ​ລົດ​ຂ​ອງ​ເຂົາ​ເຈົ້າ​ຖືກ​ຍິງ​ຢູ່​ພາກຕາ​ເວັນ​ອອກ ຢູ​ແກຼນ, ໂ​ດຍບໍ່​ຫົວ​ຊາ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ​ຢູ່ Donbass ຍັງ​ມີ​ຜົນ​ສັກ​ສິດ​ຢູ່. ​ເຖິງວ່າເຫດ​ການຍິງ​ປືນບໍ່ກໍ່​ໃຫ້​ເກີດ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍກໍ່​ຕາມ, ແຕ່​​ໄດ້​ເຮັດໃຫ້​ລົດ​ໂອ​ໂຕ​ໃນຂະ​ບວນ​ລົດ​ຖືກ​ເປ​ແພ. ຕາມ​ບົດ​ລາຍ​ງານ​ຂອງ​ຄະ​ນະ, ນັກ​ສັງ​ເກດ​ການ 3 ຄົນ​ຂອງ OSCE ໄດ້​ໄປ​ຕິດ​ຕາມກວດ​ກາ​ເຂດ​ທໍ່​ສົ່ງ​ນ້ຳ​ມັນ​ຖືກເປ​ແພ. ພາຍ​ຫຼັງ​ທີ່​ເດີນ​ທາງ​ມາ​ຮອດ​ສະ​ຖານ​ທີ່​ປະ​ມານ 1 ຊົ່ວ​ໂມງ, ບັນ​ດາ​ພະ​ລະ​ກອນ​ໄດ້​ຍິນ​ສຽງ​ລະ​ເບີ​ດ​​ແຕກ ແລະ ເຫັນ​ວ່າ​ປະ​ຕູ​ຂອງ​ລົດ​ຖືກ​ຍິງ​ທຳ​ລາຍ. ທ່ານ​ຫົວ​ໜ້າ​ຄະ​ນະ​ຕ​ິດ​ຕາມກວດ​ກາ Ertugrul Apakan ໄດ້​​ຖື​ວ່າ ເຫດ​ການ​ດັ່ງ​ກ່າວ​ແມ່​ນບໍ່​ອາດ​ຮັບ​ຮູ້​ໄດ້. ສ່ວນກອງ​ທັບ​ຢູ​ແກຼນ ແລະ ກຳ​ລັງ​​ທວງ​ເອົາ​ເອ​ກະ​ລາດ​ຢູ່​​ພາກຕາ​ເວັນ​ອອກຢູ​ແກຼນ​ ລ້ວ​ມ​ແຕ່​ຍົກ​ອອກ​ຄຳ​ກ່າວ​ຫາ​ເຊິ່ງ​ກັນ ແລະ ກັນ​ກ່ຽວ​ກັບ​ການ​ກະ​ທຳ​ລະ​ເມີດ​ຄຳ​ສັ່ງ​ຢຸດ​ຍິງ.

ຂ່າວ/ບົດ​ອື່ນ