ຢູແກຼນເລີ່ມດຳເນີນການຊ້ອມຮົບທາງອາກາດທີ່ມີຂອບຂະໜາດໃຫຍ່ກັບ NATO

(VOVWORLD) -ວັນທີ 08 ຕຸລາ, ກະຊວງປ້ອງກັນປະເທດຢູແກຼນ ໃຫ້ຮູ້ວ່າ, ປະເທດນີ້ໄດ້ເລີ່ມດຳເນີນບັນດາການຊ້ອມຮົບທາງອາກາດທີ່ມີຂອບຂະໜາດໃຫຍ່ກັບອາເມລິກາ ແລະ ບັນດາປະເທດອື່ນເຊິ່ງແມ່ນສະມາຊິກຂອງອົງການສົນທິສັນຍາມະຫາສະມຸດອັດລັງຕິກເໜືອ (NATO).

ຢູແກຼນເລີ່ມດຳເນີນການຊ້ອມຮົບທາງອາກາດທີ່ມີຂອບຂະໜາດໃຫຍ່ກັບ NATO - ảnh 1 ເຮືອບິນສູ້ຮົບຂອງຢູແກຼນ

(ພາບປະກອບ: Unian)

ການຊ້ອມຮົບມີຊື່ວ່າ “Clear Sky 2018” ດຳເນີນຢູ່ທິດຕາເວັນຕົກຢູແກຼນ ແລະ ຈະແກ່ຍາວຮອດວັນທີ 19 ຕຸລາ. ມີພົນທະຫານປະມານ 700 ຄົນເຂົ້າຮ່ວມ, ເຄິ່ງໜຶ່ງແມ່ນມາຈາກບັນດາປະເທດສະມາຊິກ NATO, ໃນນັ້ນມີອາເມລິກາ, ອັງກິດ, ໂຮນລັງ, ໂປໂລຍ ແລະ ໂຊມານີ. ທີ່ການຊ້ອມຮົບມີເຮືອບິນສູ້ຮົບ, ເຮືອບິນບໍ່ມີຄົນຂັບ ຂອງອາເມລິກາ ຈະຝຶກຊ້ອມກັບເຮືອບິນປະມານ 30 ລຳຂອງຢູແກຼນ.

ການຊ້ອມຮົບດຳເນີນໃນສະພາບປະເຊີນໜ້າລະຫວ່າງລັດເຊຍ ແລະ ຝ່າຍຕາເວັນຕົກ, ກ່ຽວຂ້ອງເຖິງວິກິດການຢູ່ວິກິດການຢູ່ຢູແກຼນ, ໃນນັ້ນ Kiev ແລະ ຝ່າຍຕາເວັນຕົກ ໄດ້ກ່າວຫາລັດເຊຍ ສະໜັບສະໜູນກຳລັງລຸກຮື້ຂຶ້ນຢູ່ຢູແກຼນຕາເວັນອອກ ແລະ ຜັນຂະຫຍາຍພົນທະຫານໄປເຂດຊາຍແດນ. ແຕ່ມົດສະກູ ປະຕິເສດຄຳກ່າວຫາດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ