ຢູແກຼນແລະລັດເຊຍບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບລາຄາອາຍແກັດ

ຢູແກຼນແລະລັດເຊຍບັນລຸໄດ້ຂໍ້ຕົກລົງເບື້ອງຕົ້ນກ່ຽວກັບລາຄາອາຍແກັດ - ảnh 1
ທໍ່​ສົ່ງ​ອາຍ​ແກັດ​ຈາກ​ລັດ​ເຊຍ ເຖິງ ​ເອີ​ລົບ ຜ່ານຢູ​ແກຼນ
(ພາບ: AFP)

(vovworld) – ວັນ​ທີ 18/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກູນ Petro Poroshenko ຖະ​ແຫຼງວ່າ: ບັນ​ດາ​ການ​ນຳ​ປະ​ເທດນີ້ ແລະ ລັດ​ເຊຍ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ລາ​ຄາ​​ອາຍ​ແກັດ​ຂອງ ມົດ​ສ​ກູ ໃນ​ລະ​ດູ​ໜາວ​ຈະ​ມາ​ເຖິງ, ແຕ່ ກີ​ແອບ ອາດ​ຈະ​ຕ້ອງ​ການ​​ເຖິງການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ​ເ​ພື່ອ​ຊຳ​ລະ. ຜູ້​ນຳ ຢູ​ແກຼນ ໃຫ້​ຮູ້​ວ່າ: ມົດ​ສ​ກູ ແລະ ກີ​ແອບ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກຳ​ນົດ​ລາ​ຄາ​ອາຍ​ແກັດ​ທີ່​ຊື້​​ຂອງ ລັດ​ເຊຍ ແມ່ນ​ໃນ​ລະ​ດັບ 385 USD/1.000 ແມັດ​ກ້ອນ ຮອດ​ວັນ​ທີ 31/3/2015. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Poroshenko ຖື​ວ່າ: ສາຍ​ເຫດ​​ພາ​ໃຫ​້​ບໍ​ລິ​ສັດ​ພະ​ລັງ​ງານ​ແຫ່ງ​ຊາດ Naftogaz ຂອງ ຢູ​ແກຼນ ບໍ່​ມີ​ເງິນ​ຢ່າງ​ພຽງ​ພໍ​ເພື່ອ​ຊຳ​ລະ​​ບ້ວງ​ເງິນ​ຊື້ອາຍ​ແກັດ​ຂອງ​ລັດ​ເຊຍ ແມ່ນ​ຍ້ອນບໍ່​ທັນ​ເກັບ​ເງິນ​ໃຊ້​ໜີ້​ຂອງ​ບັນ​ດາ​​ລູກ​ຄ້າຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດນີ້​ໄດ້, ເຊິ່ງ​ລວມ​ມີ Donetsk ແລະ Lugansk. ຕາມ​ທ່ານ Poroshenko ແລ້ວ, ຢູ​ແກຼນ ພວມ​ຄິດ​ໄລ່​ຊັ່ງ​ຊາ​ບາງວິ​ທີ​ການ​ອື່ນໆ​ເພື່ອ​ແກ້​ໄຂ​ສະ​ພາບ​ຂາດ​ເງິນ​ຊື້​ອາຍ​ແກັດ​ຈາກ ລັດ​ເຊຍ, ໃນ​ນັ້ນ​ຕ້ອງ​ຄິດ​ໄລ່​ເຖິງ​ເລື່ອງ​ຮຽກ​ຮ້ອງ​ການ​ຊ່ວຍ​ເຫຼືອ​ຈາກກອ​ງ​ທຶນ​ເງິນ​ຕາ​ສາ​ກົນ (IMF). ຄາດ​ວ່າ, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ IMF ຈະ​ໄປ​ຍັງ ກີ​ແອບ​ໃນ​ກາງ​ເດືອນ 11 ຈະ​ມາ​ເຖິງ​ເພື່ອ​ປຶ​ກ​ສາ​ຫາ​ລື​​ກ່ຽວ​ກັບ​ການ​ປັບ​ປຸງບາງ​ມາດ​ຕາ​ໃນ​​ລາຍ​ການ​ໃຫ້ ຢູ​ແກຼນ ກູ້​ຢືມ​ເງິນໃນ​ປະ​ຈຸ​ບັນ.

 


ຂ່າວ/ບົດ​ອື່ນ