ຢູ່ແຫ່ງຕ່າງໆທັງຢູ່ພາຍໃນ ແລະ ຕ່າງ ປະເທດຈັດການ ພົບປະສັງສັນ ເນື່ອງໃນໂອກາດ ບຸນເຕັດ

     ວັນ​ທີ 19 ມັງກອນ, ແຂວງ ຈາວິງ ໄດ້ຈັດການພົບປະສັງສັນກັບພໍ່ແມ່ພີນ້ອງຊາວ ຫວຽດນາມອາໄສຢູ່ ຕ່າງປະເທດພ້ອມດ້ວຍຍາດຕິພີນ້ອງເນື່ອງໃນໂອກາດບຸນເຕັດ ປີມະໂຣງ 2012 ພວມຫຍັບເຂົ້າໄກ້, ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງພໍ່ແມ່ພີນ້ອງຊາວ ຫວຽດນາມອາໄສຢູ່ຕ່າງປະເທດລວມປະມານ 150 ຄົນ. ທີ່​ການ​ພົບ​ປະ​ສັງ​ສັນ, ທ່ານ​ ຕົ້ງມິ​ງຢ້ຽນ ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຈາ​ວິ​ງ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງພໍ່ແມ່ພີນ້ອງ ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ແຂວງ​ໃນ​ຂົງ​ເຂດ​ຕ່າງໆ ​ແລະ ຫວັງ​ວ່າ ​ໃນ​ຊຸມ​ປີ​ທີ່​ຈະ​ມາ​ເຖິງ​ຈະ​ມີຊາວ ຫວຽດນາມອາໄສຢູ່ຕ່າງປະເທດກັບ​ເມືອ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ. ທີ່​ການ​ພົບ​ປະ, ພໍ່ແມ່ພີນ້ອງຊາວ ຫວຽດນາມອາໄສ ຢູ່ຕ່າງປະເທດທຸກໆ​ຄົນ​ຕ່າງ​ກໍ​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່ໜ້າ​ການ​ປ່ຽນ​ແປງ​ໃໝ່​ຂອງ​ປະ​ເທດ​ຊາດ, ພ້ອງ​ທັງ​ໃຫ້​ຮູ້​ວ່າ: ​ເຖິງ​ວ່າ​ຈະ​ຢູ່​ຫ່າງ​ໄກ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ກໍ​ຕາມ, ​ແຕ່​ຍາມ​ໃດ​ກໍ​ອວາຍໜ້າ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍ. ທ່ານ​ເຈີ​ນຫິ້ວ​ກວານ ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ​ເວົ້າ​ວ່າ :“ ທຸກ​ວັນ​ນີ້, ຂ້າພະ​ເຈົ້າ​ພາກພູມ​ໃຈ​ທີ່​ສຸດ​ເມື່ອ​ເຫັນ​ວ່າ ​ເສດຖະກິດ, ວັດທະນະທຳ -ສັງຄົມ​ຂອງ​ຫວຽດນາມມີ​ການ​ພັດທະນາ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ສາສະໜາ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ວັດວາອາ​ຮາມ​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ​ໂອ​ຖົງ, ນັບ​ທັງ​ບ່ອນ​ທຳ​ພິທີກຳ​ຂອງ​ສາສະໜາ​ກາ​ໂຕ​ລິກ, ​ໂປ​ແຕັສຕັງ ມີ​ການ​ເຄື່ອນ​ໄຫວ​ຢ່າງ​ເສລີ, ມີ​ສິດ​ເສລີພາບ​ທາງ​ສາສະໜາ ”

    ​ແລະ​ກໍ​ເນື່ອງ​ໂອກາດ​ບຸນ​ເຕັດ 2012, ສະຖານ​ທູດ​ຫວຽດນາມ ປະຈຳ​ແຟງ​ລັງ ຫາ​ກໍ​ຈັດການ​ພົບ​ປະ​ສັງ​ສັນ​ຊົມ​ເຊີຍ​ລະດູບານ​ໃໝ່​ໃຫ້​ແກ່ພໍ່ແມ່ພີນ້ອງຊາວ ຫວຽດ ນາມອາໄສຢູ່ປະເທດນີ້, ພໍ່ແມ່ພີນ້ອງຊາວ ຫວຽດນາມອາໄສຢູ່​ແຟງ​ລັງ​ລ້ວນ​ແຕ່​ຖື​ວ່າການ​ຈັດ​ຕັ້ງ​ເຫດການ​ນີ້​ເປັນ​ການສະ​ແດງ​ໃຫ້​ເຫັນຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ, ລັດ ທີ່​ມີ​ຕໍ່​ວົງ​ຄະນະ​ຍາດຊາວ ຫວຽດນາມອາໄສຢູ່ຕ່າງປະເທດ​ເວົ້າ​ລວມ ​ແລະ ຢູ່​ແຟງ​ລັງ​ເວົ້າ​ສະ​ເພາະ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ​ຫວຽດນາມ. ​ແລະ ຫວ່າງ​ແລ້ວ​ນີ້, ສະຖານກົງສູນ​ໃຫຍ່​ຫວຽດນາມ​ປະຈຳ​ນະຄອນ​ສີຫະ​ນຸ ​ແຫ່ງ​ກຳປູ​ເຈຍ ກໍ​ຈັດການ​ພົບ​ປະ​ສັງ​ສັນ​ກັບ​ຜູ້ຕາງໜ້າ​ອຳນາດ​ການ​ປົກຄອງ​ແຂວງ​ຕ່າງໆ ​ແລະ ພໍ່ແມ່ພີນ້ອງ ຊາວ ຫວຽດນາມອາໄສຢູ່ກຳ​ປຸ​ເຈຍ. ທ່ານ​ຫົວໜ້າ​ສະຖານກົງສູນ​ຫວຽດນາມ ດັ້ງ​ໂຮ່ຟາດ ສະ​ແດງ​ຄວາມ​ຫວັງ​ວ່າ: ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ພໍ່ແມ່ພີນ້ອງຊາວ ຫວຽດນາມຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ, ຕັ້ງໜ້າ​ຮ່ຳຮຽນ, ອອກ​ແຮງ​ງານ, ຊ່ວຍ​ເຫຼືອ​ກັນ, ສ້າງ​ການ​ດຳລົງ​ຊີວິດ​ທີ່​ສົດ​​ໃສ, ປະຕິບັດ​ຕາມ​ກົດໝາຍ​ຂອງ​ກຳປູ​ເຈຍ, ປະກອບສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ 2 ຊາດ ຫວຽດນາມ-ກຳປູ​ເຈຍ​ໃຫ້​ດີ​ຍິ່ງ​ຂຶ້ນ​ອີກ.

ຂ່າວ/ບົດ​ອື່ນ