ຣູມານີ ປາດຖະໜາຢາກຊຸກຍູ້ການພົວພັນທຸກດ້ານກັບ ຫວຽດນາມ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ຣູມານີ, ວັນທີ 04 ພຶດສະພາ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລຶວ ໄດ້ມີການພົບປະກັບທ່ານຮອງນາຍົກລັດຖະມົນຕີ ຣູມານີ Ana Birchall ເພື່ອແນໃສ່ແລກປ່ຽນຊຸກຍູ້ການຮ່ວມມື 2 ຝ່າຍໃນຂົງເຂດຕ່າງໆ.
ຣູມານີ ປາດຖະໜາຢາກຊຸກຍູ້ການພົວພັນທຸກດ້ານກັບ ຫວຽດນາມ - ảnh 1 ຣູມານີ ປາດຖະໜາຢາກຊຸກຍູ້ການພົວພັນທຸກດ້ານກັບ ຫວຽດນາມ

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ຖືວ່າ: ການຮ່ວມມືດ້ານແຮງງານລະຫວ່າງ 2 ປະເທດ ພວມມີແງ່ຫວັງຫລາຍຢ່າງ, ພິເສດແມ່ນສຳລັບເລື່ອງ ຣູມານີ ຄາດວ່າ ຈະຮັບເອົາແຮງງານ ຫວຽດນາມ ໄປເຮັດວຽກຢູ່ ຣູມານີ ໃນປີ 2018 ເປັນຈຳນວນ 2000 ຄົນ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລຶວ ກໍ່ສະເໜີວ່າ ໃນຖານະເປັນເພື່ອນມິດທີ່ເປັນມູນເຊື້ອ, ຝ່າຍ ຫວຽດນາມ ຢາກໃຫ້ ຣູມານີ ກະຕຸກຊຸກຍູ້ ອີຢູ ລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງເປັນທາງການໂດຍໄວ, ປະກອບສ່ວນ ຊຸກຍູ້ການຮ່ວມມືດ້ານການຄ້າ - ການລົງທຶນ ຫວຽດນາມ ແລະ ອີຢູ ເວົ້າລວມ ແລະ ຫວຽດນາມ - ຣູມານີ ເວົ້າສະເພາະ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ ຣູມານີ Ana Birchall ເນັ້ນໜັກວ່າ ຣູມານີ ປາດຖະໜາຢາກຊຸກຍູ້ການພົວພັນທຸກດ້ານກັບ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາ.

ຕອບກັບ

ຂ່າວ/ບົດ​ອື່ນ