ຣານ ແລະ ອາເມລິກາ ຍັງບໍ່ທັນພໍໃຈ ຄຳສະເຫນີຟື້ນຟູຂໍ້ຕົກລົງນິວເຄຼຍ

(VOVWORLD) -ວັນທີ 1 ກັນຍາ, ອາເມລິກາ ໃຫ້ຮູ້ວ່າ ໄດ້ຮັບຄຳຕອບຫລ້າສຸດຈາກ ຝ່າຍ ອີຣານ ຕໍ່ເລື່ອງຟື້ນຟູຂໍ້ຕົກລົງນິວເຄຼຍ ປີ 2015 ທີ່ມີຊື່ວ່າ: ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA), ພ້ອມທັງຖືວ່າ ຄຳຕອບນີ້ ບໍ່ມີ “ລັກສະນະສ້າງສັນ”.

ຣານ ແລະ ອາເມລິກາ ຍັງບໍ່ທັນພໍໃຈ ຄຳສະເຫນີຟື້ນຟູຂໍ້ຕົກລົງນິວເຄຼຍ - ảnh 1 ທ່ານ  Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດ ອີຣານ. ພາບ: AFP/TTXVN

ກ່ອນຫນ້ານັ້ນໃນວັນດຽວກັນ, ທ່ານ  Hossein Amir-Abdollahian ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ: ເຕເຮຣານ ພວມກະກຽມ ຢ່າງ “ ລອບຄອບຖີ່ຖ້ວນ ແລະ ວ່ອງໄວ” ຄຳຕອບໃຫ້ແກ່ທັດສະນະຂອງ ອາເມລິກາ ທີ່ກ່ຽວຂ້ອງເຖິງຮ່າງຂໍ້ຕົກລົງໂດຍ ສະຫະພາບ ເອີລົບ (ອີຢູ)ສະເຫນີ ເມື່ອເດືອນສິງຫາ. ທ່ານ ຢັັ້ງຢືນວ່າ ການກະທຳຂອງ ອີຣານ ແມ່ນສະແດງໃຫ້ເຫັນເຈດຕະນາດີ ແລະເຂັ້ມງວດຂອງປະເທດນີ້ ໃນເລື່ອງບັນລຸໄດ້ຂໍ້ຕົກລົງນິວເຄຼຍ ຢ່າງ “ເຂັ້ມແຂງ ແລະ ຍາວນານ”.

ອີຣານ ແລະ ອາເມລິກາ ພວມມີການເຈລະຈາທາງອ້ອມເພື່ອແລກປ່ຽນທັດສະນະກ່ຽວກັບ ຮ່າງຂໍ້ຕົກລົງໂດຍ ອີຢູ ສະເຫນີ ເມື່ອຕົ້ນເດືອນ ສິງຫາ ເພື່ອແນໃສ່ແກ້ໄຂບັນຫາຍັງຄົງຄ້າງກ່ອນທີ່ບັນດາຝ່າຍມຸ່ງໄປເຖິງເລື່ອງຟື້ນຟູ JCPOA.

ຕອບກັບ

ຂ່າວ/ບົດ​ອື່ນ