ລູກຫຼານຊາວເຜົ່າສ່ວນໜ້ອຍປະກອບສ່ວນສຳຄັນເຂົ້າໃນການອານຸລັກຮັກສາ, ພັດທະນາວັດທະນະທຳຫວຽດນາມ

ລູກຫຼານຊາວເຜົ່າສ່ວນໜ້ອຍປະກອບສ່ວນສຳຄັນເຂົ້າໃນການອານຸລັກຮັກສາ, ພັດທະນາວັດທະນະທຳຫວຽດນາມ - ảnh 1
(ລູກຫຼານ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​
ໃນ​ການ​ອາ​ນຸ​ລັກ​ຮັກ​ສາ, ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ຫວຽດ​ນາມ)


(vovworld) - ​​​ວັນ​ທີ 27/10 ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ໄດ້​ຈັດ​ຕັ້ງ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ກິ​ລາ, ຄູ​ອາ​ຈານ​ດີ​ເດັ່ນ​ທີ່​ເປັນ​ຊາວ​ເຜົ່າ​ສ່ວນ​ໜ້ອຍ, ​ບັນ​ດາ​ຮາກ​ຖານ​ບຳ​ລຸງ​ສ້າງທີ່​ຂຶ້ນ​ກັບ​ກະ​ຊວງ. ມີ​ຜູ້​ແທນ 154 ຄົນ ​ມາ​ຈາກ 31 ເຜົ່າ, ເຊິ່ງ​ລວມ​ມີ​ຄູ​ອາ​ຈານ​ທີ່​ມີ​ຜົນ​ງານ​ສູງ​ໃນ​ການ​ບຳ​ລຸງ​ສ້າງວັດ​ທະ​ນະ​ທຳ​ສິ​ລະ​ປະ, ກິ​ລາ ແລະ ທ່ອງ​ທ່ຽວ 10 ຄົນ;  ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ກິ​ລາ​ທີ່​ມີ​ຜົນ​ງານ​ສູງ​ໃນ​ການ​​ແຂ່ງ​ຂັນ​ຮຳ່​ຮຽນໄດ້​ຮັບ​ການ​ເຊີດ​ຊູ 144 ຄົນ. ນີ້​ແມ່ນ​ລາຍ​ການ​ ໂດຍ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ຈັດ​ຕັ້ງ 2 ປີ​ເທື່ອ​ໜຶ່ງ ເພື່ອ​ແນ​ໃສ່​ສົ່ງ​ເສີມ​​ປຸກ​ລະ​ດົມກຳ​ລັງ​ໃຈ​ໃຫ້​ນັກ​ຮຽນ, ນັກ​ສຶກ​ສາ, ນັກ​ກິ​ລາ, ຄູ​ອາ​ຈານ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ທີ່ໄດ້​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ​ໃນ​ການ​ຮ່ຳ​ຮຽ​ນ, ຝຶກ​ຝົນຫຼໍ່ຫຼອມ​ເປັນ​ຢ່າງ​ດີ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ນາງ ດັ້ງ​ທິ​ບິກ​ລຽນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຢືນ​ຢັນ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ຍາມ​ໃດ​ພັກ ແລ​ະ ລັດ​ກໍ່​ມີ​ນະ​ໂຍ​ບາຍ​ສະແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​​ເຖິງ​ຊົນ​ເຜົ່າ​ຕ່າງໆ​ເວົ້າ​ລວມ, ໃນ​ນັ້ນ​ມີ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ສະຫງວນ​ໃຫ້​ລຸ້ນ​ໜຸ່ມ, ໃນ​ນັ້ນ​ມີຫຼາຍ​ນະ​ໂຍ​ບາຍ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ບັນ​ດາ​ຮາກ​ຖານ​ບຳ​ລຸງ​ສ້າງ​ຂອງ​ຂະ​ແໜງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ. ຊັບ​ພະ​ຍາ​ກອນ​ມະ​ນຸດ​ວັດ​ທະ​ນະ​ທຳ, ວັດ​ທະ​ນະ​ທຳ​ສິ​ລະ​ປະ, ກິ​ລາ​ກາ​ຍະ​ກຳ ແລະ ທ່ອງ​ທ່ຽວ​ຂອງ​ປະ​ຊາ​ຄົມ​ບັນ​ດາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແມ່ນ​ກຸ່ມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ສຳ​ຄັນ​ປະ​ກອບ​ສ່ວນ​ອາ​ນຸ​ລັກ​ຮັກ​ສາ, ພ​ັດ​ທະ​ນາ​ວັດ​ທະ​ນະ​ທຳ, ສ້າງ​ຄຸນ​ສົມ​ບັດ, ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງ​ມະ​ນຸດ, ສຶກ​ສາ​ອົບ​ຮົມ, ຝຶກ​ຝົນຫຼໍ່ຫຼອມ​ກິ​ລາ​ກາ​ຍະ​ກຳ, ຍົກ​ສູງ​ອິດ​ທິ​ກຳ​ລັງ ແລະ ຮ່າງ​ກາຍ​ຂອງ​ຊາວ​ຫວຽດ​ນາມ. ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ກໍ່​ປະ​ກອບ​ສ່ວນ​ເພີ່ມ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ​ຂອງ​ປະ​ເທດ​.

ຂ່າວ/ບົດ​ອື່ນ