ລົງ​ທຶນ 20 ລ້​ານ USD ເຂົ້າ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ດ່າ​ໜັງ

(VOVWORLD) - ຄະນະຄຸ້ມຄອງເຂດເຕັກໂນໂລຢີສູງ ແລະ ບັນດາເຂດເຕັກໂນໂລຢີ ດ່າໜັງ ຫາກໍອອກໃບຢັ້ງຢືນການຈົດທະບຽນລົງທຶນໃຫ້ແກ່ນັກລົງທຶນ  KP AERO INDUSTRIES CO., LTD, ດ້ວຍການກໍ່ສ້າງໂຄງການໂຮງງານຜະລິດສິ້ນສ່ວນເຄື່ອງຍົນ KP VINA, ດ້ວຍຍອດລົງທຶນທັງໝົດແມ່ນ 20 ລ້ານ USD.
ລົງ​ທຶນ 20 ລ້​ານ USD ເຂົ້າ​ເຂດ​ເຕັກ​ໂນ​ໂລ​ຢີ​ສູງ ດ່າ​ໜັງ - ảnh 1ຮູບຈຳລອງ ໂຮງງານຜະລິດສິ້ນສ່ວນເຄື່ອງຍົນ KP VINA  (ພາບ:VOV)

 ເປົ້າໝາຍຂອງໂຄງການດັ່ງກ່າວແມ່ນ ຜະລິດສິ້ນສ່ວນ ແລະ ປະກອບສ່ວນປະກອບຂອງເຮືອບິນ  Boeing 787, Boeing 737 Max. ນີ້ແມ່ນໂຄງການທີ 2 ໃນຂົງເຂດການບິນອາວະກາດ ທີ່ໄດ້ລົງທຶນເຂດອຸດສາຫະກຳສູງ ດ່າໜັງ (ພາຍຫຼັງໂຄງການຂອງບໍລິສັດ TNHH UAC  ຫວຽດນາມ).

        ເລື່ອງດຶງດູດ ໄດ້ 2 ໂຄງການທີ່ມີເງິນລົງທຶນຕ່າງປະເທດ (FDI) ໃນຂົງຂາດການບິນອາວະກາດ ຈາກ ອາເມລິກາ, ສ.ເກົາຫຼີນັ້ນ ໄດ້ປະກອບສ່ວນປະຕິບັດເປົ້າໝາຍ ນຳນະຄອນ ດ່າໜັງ ກາຍເປັນສູນເຕັກໂນໂລຢີສູງຂອງທົ່ວປະເທດໃນປີ 2030. ຄາດວ່າ ກິດຈະກຳດັ່ງກ່າວຈະເລີ່ມກໍ່ສ້າງໃນຕົ້ນເດືອນ ກຸມພາ ປີ 2024, ສູ້ຊົນກໍ່ສ້າງສຳເລັດ ແລະ ຈະນຳເຂົ້າໃຊ້ງານຢ່າງເປັນທາງການໃນທ້າຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ