ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໃຫ້​ສະ​ດວກ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ

(VOVWORLD) - ຕອນບ່າຍວັນທີ 7 ມິຖຸນາ, ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດກ່ຽວກັບກຸ່ມບັນຫາຂຶ້ນກັບຂົງເຂດຄົມມະນາຄົມ - ຂົນສົ່ງ. 
ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ໃຫ້​ສະ​ດວກ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ - ảnh 1ທ່ານ ຫງວຽນວັນຖັ໊ງ ລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງ (ພາບ: VOV)

ວາລະຊັກຖາມໄດ້ດຳເນີນຢູ່ຫໍສະພາແຫ່ງຊາດ, ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດ ຫວຽດນາມຊຸດທີ XV. ນີ້ແມ່ນຄັ້ງທຳອິດທ່ານລັດຖະມົນຕີກະຊວງຄົມມະນາຄົມ ແລະ ຂົນສົ່ງຕອບຄຳຊັກຖາມຕໍ່ໜ້າສະພາແຫ່ງຊາດ.

ຂຶ້ນຕົ້ນວາລະຊັກຖາມ, ທ່ານລັດຖະມົນຕີ ຫງວຽນວັນທັ້ງໃຫ້ຮູ້ວ່າ ຂະແໜງໄດ້ຜັນຂະຫຍາຍບັນດາໜ້າທີ່ຢ່າງທັນການໂດຍພື້ນຖານ, ການປ່ອຍເງິນລົງທຶນສາທາລະນະບັນລຸກ່ວາ 96% ແຜນການ. ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການພື້ນຖານໄດ້ຮັບການຮັບປະກັນດ້ວຍເສັ້ນທາງດ່ວນ 566 ກີໂລແມັດ ໄດ້ນຳເຂົ້າເຄື່ອນໄຫວ ແຕ່ຕົ້ນອາຍຸການ, ຍົກຍອດຈຳນວນຄວາມຍາວເສັ້ນທາງດ່ວນໃນທົ່ວປະເທດຂຶ້ນເຖິງ 1.700 ກີໂລແມັດ. ການລົງທຶນກໍ່ສ້າງບັນດາເສັ້ນດ່ວນຕາມໂຄງການຟື້ນຟູເສດຖະກິດພວມໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີບາງໂຄງການຈະລົງມືກໍ່ສ້າງໃນທ້າຍເດືອນມິຖຸນານີ້ ຕາມແຜນການ.

ຕອບກັບ

ຂ່າວ/ບົດ​ອື່ນ