ລົງທຶນໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາ

(VOVWORLD) -ຕອນບ່າຍວັນທີ 12 ມິຖຸນາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໄດ້ສະຫງວນເວລາທັງໝົດໃຫ້ແກ່ການປຶກສາຫາລືກ່ຽວກັບໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030.
ລົງທຶນໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແມ່ນການລົງທຶນໃຫ້ແກ່ການພັດທະນາ - ảnh 1

ເມື່ອປຶກສາຫາລືທີ່ຫໍປະຊຸມ, ບັນດາສະມາຊິກສະພາແຫ່ງຊາດໄດ້ຖືວ່າ ເລື່ອງປະກາດໃຊ້ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ-ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030 ຈະຫຼຸດຜ່ອນໄລຍະຫ່າງລະຫວ່າງບັນດາເຂດຢູ່ພາຍໃນປະເທດ. ຖ້າຫາກກ່ອນນີ້ໄດ້ກຳນົດວ່າ ລົງທຶນໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍແມ່ນເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ມາຮອດປະຈຸບັນການກຳນົດລົງທຶນໃຫ້ແກ່ເຂດນີ້ແມ່ນການລົງທຶນເພື່ອການພັດທະນາ. ທ່ານ ໂຕວັນຕ໊າມ, ຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕູມ, ຖືວ່າ.

        “ຂ້າພະເຈົ້າສະເໜີວ່າ ຄວນສຸມໃສ່ແກ້ໄຂ 3 ບັນຫາສຳຄັນເພື່ອນຳເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍຫຼຸດພົ້ນອອກຈາກຄວາມອຶດຫິວ, ທຸກຍາກ. ນັ້ນແມ່ນເລື່ອງແກ້ໄຂທີ່ດິນທຳການຜະລິດຢ່າງແທ້ຈິງ, ພ້ອມທັງປະຕິບັດບັນຫາຕັ້ງຖິ່ນຖານຄົງທີ່ຄືນໃໝ່ໃຫ້ເປັນຢ່າງດີ. ທີ 2 ແມ່ນ, ສຸມໃສ່ຜະລິດຢ່າງມີປະສິດທິຜົນ ແລະ ໃຫ້ໄດ້ຮັບຜົນປະໂຫຍດຈາກປະສິດທິຜົນຂອງການຜະລິດ. ທີ 3 ແມ່ນລົງທຶນ ແລະ ມີມາດຕະການແກ້ໄຂເພື່ອໃຫ້ພໍ່ແມ່ປະຊາຊົນໄດ້ຮັບຜົນປະໂຫຍດຈາກປ່າ. ດຳລົງຊີວິດ, ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ບືນຕົວຂຶ້ນຈາກແຫຼ່ງຜົນປະໂຫຍດຂອງປ່າ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າຂອງລັດຖະບານ ໂດວັນຈ໊ຽນ ຢືນຢັນວ່າ ບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກພິເສດ ຈະໄດ້ຮັບບຸລິມະສິດຢູ່ໃນລະດັບສູງສຸດ. ລັດຖະບານຈະເພີ່ມເງິນລົງທຶນຕື່ມອີກ ເພື່ອໃຫ້ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກໄວ້.

        “ພວກຂ້າພະເຈົ້າຈະຮັບເອົາບັນດາຄຳເຫັນປະກອບໃຫ້ໄດ້ຫລາຍທີ່ສຸດ ເພື່ອປະຕິບັດໂຄງການໃຫ້ສຳເລັດ, ຮັບປະກັນຄຸນນະພາບ ແລະ ມີຄວາມເປັນໄປໄດ້ກ່ວາ. ທຸກປີຈະຕິດຕາມກວດກາ, ລາຍງານຕໍ່ສະພາແຫ່ງຊາດ ກ່ຽວກັບຈຸດທີ່ຍັງບໍ່ທັນເໝາະສົມ. ນີ້ແມ່ນໂຄງການ ບໍ່ພຽງແຕ່ພັດທະນາເສດຖະກິດສັງຄົມເທົ່ານັ້ນ ຫາກຍັງມີພາລະກຳມະຫາສາມັກຄີຊົນຊາດຊົນເຜົ່າ, ເປັນໂອກາດໃຫຍ່ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຫລຸດຜ່ອນຄວາມທຸກຍາກລົງ.

       ໂຄງການເປົ້າໝາຍແຫ່ງຊາດໃນການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ພູດອຍໄລຍະ 2021 – 2030 ຈະໄດ້ປະຕິບັດໃນ 2 ໄລຍະ ແມ່ນ 2021 – 2025 ແລະ 2026 – 2030 ດ້ວຍເງິນລົງທຶນທັງໝົດແມ່ນຫລາຍກ່ວາ 271.934 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ