ລົງນາມໃນສັນຍາ CPTPP: ນິວຊີແລນຊົມເຊີຍຄວາມມານະພະຍາຍາມສະກັດກັ້ນສົງຄາມດ້ານການຄ້າ

(VOVWORLD) -ບັນດາໝວດຂະແໜງອາຊີບກວມເອົາສ່ວນຫຼາຍໃນການເຄື່ອນໄຫວສົ່ງອອກຂອງນິວຊີແລນ ໄດ້ຊົມເຊີຍເລື່ອງລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ

ປຽບເໝືອນມາດຕະການໜຶ່ງທີ່ຕ້ານຄືນບັນດາການກະທຳຂອງອາເມລິກາ ເພື່ອແນໃສ່ປົກປ້ອງບັນດາຂະແໜງອຸດສາຫະກຳຂອງປະເທດນີ້ ດ້ວຍການຈັດວາງພາສີນຳເຂົ້າສູງ. ໃນຖະແຫຼງການ ພາຍຫຼັງທີ່ສັນຍາ CPTPP ໄດ້ຮັບການລົງນາມນັ້ນ, ທ່ານລັດຖະມົນຕີການຄ້າ ນິວຊີແລນ David Parker ຢືນຢັນວ່າ “ ນີ້ແມ່ນຂໍ້ຕົກລົງທີ່ມີຄວາມຍຸຕິທຳຕໍ່ ນິວຊີແລນ “. ທ່ານຖືວ່າ ສັນຍາສະບັບນີ້ ນຳມາເຊິ່ງກາລະໂອກາດໃໝ່ໃຫ້ບັນດານັກສົ່ງອອກ ( ນິວຊີແລນ ) ຢູ່ບັນດາຕະຫຼາດສຳຄັນຄື ຍີ່ປຸ່ນ. ຕາມທ່ານນາງ Catherine Beard ຜູ້ອຳນວຍການຝ່າຍບໍລິຫານ ExportNZ ແລ້ວ, ໃນສະພາບການກະທຳປົກປ້ອງຂອງອາເມລິກາເພີ່ມຂຶ້ນ ແລະ ມີໄພເກີດສົງຄາມດ້ານການຄ້າທົ່ວໂລກນັ້ນ, ສັນຍາ CPTPP ແມ່ນພະຍານຫຼັກຖານກ່ຽວກັບເລື່ອງບັນດາປະເທດ ອາດຈະຮ່ວມມືນຳກັນ ກ້າວໄປເຖິງການຄ້າເສລີ ແລະ ການເປີດປະຕູ.

ຕອບກັບ

ຂ່າວ/ບົດ​ອື່ນ