ລົງມືກໍ່ສ້າງຫໍວາງສະແດງຮ່ວາງຊາ

ລົງມືກໍ່ສ້າງຫໍວາງສະແດງຮ່ວາງຊາ - ảnh 1
(ລົງມືກໍ່ສ້າງຫໍວາງສະແດງຮ່ວາງຊາ)

(vovworld) - ຕອນ​ເຊົ້າ​ວັນ​ທີ 7/12, ຄະນະ​ກຳມະການ​ປະຊາຊົນ​ເມືອງ​ ຮ່ວາງ​ຊາຈັດ​ຕັ້ງ​ການ​ລົງມື​ກໍ່ສ້າງ​ຫໍ​ວາງສະ​ແດງ​ ຮ່ວາງ​ຊາບົນ​ເສັ້ນທາງ ຮ່ວາງ​ຊາ, ​ເມືອງ ​ເຊີນ​ຈ່າ, ນະຄອນ ດ່າ​ນັ້ງ. ກິດຈະກຳ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ເນື້ອ​ທີ່​ເກືອບ 1.300 ຕາ​ແມັດ, ​​ເຊິ່ງລວມມີ 4 ຊັ້ນ. ທ່ານ ດັ້ງ​ວຽດຢຸງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ນັ້ງ, ​ໃຫ້​ຮູ້​ວ່າ:

        “ນີ້​ບໍ່​ພຽງ​ແຕ່​ແມ່ນ​ບ່ອນວາງສະ​ແດງ​ບັນດາ​ເຫດການ​ປະຫວັດສາດ​ທຳ​ມະ​ດາ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ແຫ່ງ​ວາງສະ​ແດງ​ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ກົດໝາຍ, ປະຫວັດສາດ​ເພື່ອ​ຢືນຢັນ​ອະທິປະ​ໄຕ​ຂອງ​ ຫວຽດນາມ​ສຳ​ລັບ​ໝູ່​ເກາະ ຮ່ວາງ​ຊາ, ຢືນຢັນ​ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ແມ່ນ​ຂອງ​ ຫວຽດນາມ​ອີກ​ດ້ວຍ. ນີ້​ກໍ່​ແມ່ນ​ແຫ່ງ​ເພື່ອ​ໃຫ້​ຊາວ​ຫວຽດນາມ​ລຸ້ນຕ່າງໆ​ຊອກ​ຫາ​ມູນ​ເຊື້ອ​ແຫ່ງ​ການ​ຕໍ່ສູ້, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຂອງ​ຊາດ​ຫວຽດນາມ.“

        ຫໍ​ວາງສະ​ແດງ ຮ່ວາງ​ຊາ ຈະ​ແມ່ນ​ສະຖານທີ່ວັດທະນະທຳ, ປະຫວັດສາດການ​ເມືອງ​ພິ​ເສດ, ​ແມ່ນ​ພະຍານ​ຫຼັກ​ຖານ​ກ່ຽວ​ກັບ​ຄວາມ​ຈິງ ​ແລະ ຍຸຕິ​ທຳ​ໃນ​ການ​ຕໍ່ສູ້, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ ​ຫວຽດນາມ​ຢູ່ ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ກໍ່​ຄື​ຢູ່​ທະ​ເລ​ຕາ​ເວັນ​ອອກ ຜ່ານ​ບັນດາ​ພະຍານ​ຫຼັກ​ຖານ​ປະຫວັດສາດ, ນິຕິ​ກຳ. ຈາກນັ້ນ​ຈະ​ປຸກລະດົມນຳ້​ໃຈ​ຕໍ່ສູ້, ​ເຈດ​ຈຳນົງ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ໃນ​ໝູ່​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ.

ຂ່າວ/ບົດ​ອື່ນ