ລົງມືກໍ່ສ້າງໂຄງການສະໜອງອາຍແກສຈາກຕວກເມນີສະຖານເຖິງອາຊີໃຕ້

ລົງມືກໍ່ສ້າງໂຄງການສະໜອງອາຍແກສຈາກຕວກເມນີສະຖານເຖິງອາຊີໃຕ້ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 13/12, ຢູ່​ນະຄອນ ມາຣີ ປະ​ເທດ ຕວກ​ເມ​ນີສະຖານ, ປະທານາທິບໍດີ​ປະ​ເທດ​ນີ້ Gurbanguly Berdimuhamedov, ທ່ານ​ນາຍົກລັດຖະມົນຕີ ປາກິ​ສະຖານ Nawaz Sharif, ປະທານາທິບໍດີ ອາບ​ກາ​ນິສະຖານ Ashraf Ghani ​ແລະ ຮອງ​ປະທານາທິບໍດີ​ອິນ​ເດຍ Hamid Ansari ​ໄດ້​ວາງ​ແຜ່ນ​ພີນທຳ​ອິດ, ​ເລີ່​ມລົງມື​ກໍ່ສ້າງ​ທໍ່​ສົ່ງ​ອາຍ​ແກ​ສ TAPI ຢ່າງ​ເປັນ​ທາງ​ການ, ​ໂຄງການ​ນີ້​ມີຍອດ​ຈຳນວນ​ທຶນ​ 7,6 ຕື້ USD. ທໍ່​ສົ່ງ​ອາຍ​ແກ​ສ TAPI ​ມີ​ລວງ​ຍາວ 1.800 ກມ, ສາມາດ​ສະໜອງ​ອາຍ​ແກ​ສ​ໃຫ້ 3 ປະ​ເທດ​ໃນ​​ໄລຍະ 30 ປີ. ຄາດ​ຄະ​ເນ​ວ່າ, ​ໂຄງການ​ຈະ​ກໍ່ສ້າງ​ສຳ​ເລັດ​ໃນ​ປີ 2018, ດ້ວຍ​ຄວາມ​ສາມາດ​ຂົນ​ສົ່ງ​ອາຍ​ແກ​ສ​ໄດ້ 90 ລ້ານ​ແມັດ​ກ້ອນ/ວັນ. ​ທໍ່​ສົ່ງ​ອາຍ​ແກ​ສ TAPI ຈະ​ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແຮງ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ເສດຖະກິດ ​ແລະ ສັງຄົມ​ຢູ່​ພາກ​ພື້ນ​ອາຊີ.

 

ຂ່າວ/ບົດ​ອື່ນ