ລົງລາຍເຊັນໃນແຜນທີ່ຫວຽດນາມ,ຢັ້ງຢືນອະທິດປະໄຕແຫ່ງຊາດ

ລົງລາຍເຊັນໃນແຜນທີ່ຫວຽດນາມ,ຢັ້ງຢືນອະທິດປະໄຕແຫ່ງຊາດ - ảnh 1
ແຜນ​ທີ່​ຫວຽດນາມ ມີ​ເນື້ອ​ທີ່ 680 ຕາລາງ​ແມັດ
ພາບ:dantri.com.vn


(vovworld)- ຕອນ​ເຊົ້າ​ວັນ​ທີ 28/6,ຢູ່ ໝູ່​ບ້ານ​ວັດທະນະທຳ​ທ່ອງ​ທ່ຽວ ບັນດາ​ຊົນ​ເຜົ່າ​ຫວຽດນາມ, ຊາວ​ຫນຸ່ມ ​ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ພ້ອມ​ກັນ​ລົງ​ລາຍ​ເຊັນ​ໃນ​ແຜນ​ທີ່ຫວຽດນາມ.​ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​​ເຫດການ“ມະຫາ​ຄອບຄົວ​ມູ່ງ​ໄປ​ເຖິງ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ” ​ໂດຍ​ກະຊວງ​ວັດທະນະທຳ,​ກິລາ ​ແລະ ທ່ອງ​ທ່ຽວ​ສົມທົບ​ກັບບັນດາ​ທ້ອງ​ຖິ່ນ​ຈັດ​ຕັ້ງ​ຂຶ້ນ. ​ແຜນ​ທີ່​ຫວຽດນາມ ມີ​ເນື້ອ​ທີ່ 680 ຕາລາງ​ແມັດ ຊື່​ງ​ແມ່ນ​ແຜນ​ທີ່​ໃຫຍ່​ກວ່າ​ໝູ່​ຢູ່​ຫວຽດນາມ ດ້ວຍ​ຄວາມ​ປາດ​ຖະຫນາ​ຢາກ​ສົ່ງ​ຄວາມ​ຮັ​ກ​ແພງ​ປະ​ເທດ​ຊາດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ປະ​ເທດ​ຊາດ ​ແລະ ຕັດສິນ​ໃຈ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ປ້າ ຫງວຽນ​ທິຊິງ, ຊົນ​ເຜົ່າ ລາ​ຮາ ຢູ່ແຂວງ ​ເຊີນ​ລາ ​ໃຫ້​ຮູ້​ວ່າ:

        “ມື້​ນີ້ ຂ້າພະ​ເຈົ້າ​ພ້ອມ​ກັບ 4 ຊົນ​ເຜົ່າ​ອື່ນ​ຢູ່​ແຂວງ ​ເຊີນ​ລາ ​​​ໄປ​ເຂົ້າ​ຮ່ວມ​ລາຍການ​ຢູ່​ໝູ່​ບ້ານ​ວັດທະນະທຳ. ຂ້າພະ​ເຈົ້າ​ກໍ​ຄື​ວົງ​ຄະນາ​ຍາດ​ບັນດາ​ເຜົ່າ​ຮູ້ສຶກ​ຕື້ນຕັນ​ໃຈ ​ແລະ ຕັດສິນ​​ໃຈ​ມຸ່ງ​ໄປ​​ເຖິງ​ເຂດ​ທະ​ເລ​ໝູ່​ເກາະ​ຂອງ​ປະ​ເທດ​ຊາດ. ຂ້າພະ​ເຈົ້າ​ປາດ​ຖະຫນາ​ຢາກ​ລາຍ​ເຊັນ​ຂອງ​ຕົນ​ປະກອບສ່ວນ​ຢັ້ງຢືນ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ.”

11,5 ຕື້​ດົ່ງ​ສະຫນັບສະຫນູນ​ລາຍການ​ສາຍ​ຈິດ​ມິດ​ໃຈ​ເພື່ອ​ຮ່ວາງ​ຊາ-​ເຈື່ອງ​ຊາ

ນີ້​ແມ່ນ​ຈຳນວນ​ເງິນ​ບໍລິຈາກທີ່​ໄດ້​ຮັບ​​ໃນ​ວັນ​ບຸນ“ສາຍ​ຈິດ​ມິດ​ໃຈ​ເພື່ອ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ”, ​ໂດຍ​ສະຫະພັນ​ແຮງ​ງານ​ນະຄອນ​ໂຮ່ຈິ​ມີນຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/6. ຈຳນວນ​ເງິນ​ດັ່ງກ່າວ​ຈະ​ຖືກ​ສົ່ງ​​​ໃຫ້​ກອງ​ທຶນ​ສາຍ​ຈິດ​ມິດ​ໃຈ​ຮ່ວາງ​ຊາ, ກອງ​ທຶນ​ເພື່ອ​ເຈື່ອງ​ຊາ​ຮັ​ກ​ແພງ ​ເພື່ອ​ຫນູນ​ຊ່ວຍ​ກຳລັງ​ປະຕິບັດ​ກົດໝາຍ​ຢູ່​ເຂດ​ທະ​ເລ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​ແລະ​ຊາວ​ປະມົງ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເມື່ອ​ຫາ​ປາ​ຢູ່​ເຂດ​ທະ​ເລ​ຂອງ​ຫວຽດນາມ.

 

ຂ່າວ/ບົດ​ອື່ນ