ລັດ ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງປະຊາຊົນໝົດທຸກຄົນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຢືນຢັນວ່າ, ລັດ ຫວຽດນາມ ຍາມໃດກໍ່ສະເໜີຕົ້ນສະເໜີປາຍໃນການປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງບັນດາສາສະໜາ, ໃນນັ້ນ, ມີ ສາສະໜາຄຼິດ.
ລັດ ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງປະຊາຊົນໝົດທຸກຄົນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ເຈົ້າອະນຸວົງ Miroslaw Wachowski
(ພາບ: VGP)

        ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລຶວກວາງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ, ເຈົ້າອະນຸວົງ Miroslaw Wachowski, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ຢືນຢັນວ່າ, ລັດ ຫວຽດນາມ ຍາມໃດກໍ່ສະເໜີຕົ້ນສະເໜີປາຍໃນການປະຕິບັດນະໂຍບາຍເຄົາລົບ ແລະ ຮັບປະກັນສິດເສລີໃນການເຊື່ອຖືສາສະໜາຂອງບັນດາສາສະໜາ, ໃນນັ້ນ, ມີ ສາສະໜາຄຼິດ. ດ້ວຍຄວາມປາດຖະໜາວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ສຳນັກ ວາຕີກັງ ນັບມື້ນັບພັດທະນາຢ່າງດີງາມນັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີໃຫ້ 2 ຝ່າຍສືບຕໍ່ຊຸກຍູ້ການໄປຢ້ຽມຢາມ, ການພົບປະຂັ້ນສູງ; ຜັນຂະຫຍາຍບັນດາກົນໄກແລກປ່ຽນ, ສົນທະນາ, ພິເສດແມ່ນບົດບາດຂອງກຸ່ມປະຕິບັດງານປະສົມ ຫວຽດນາມ - ວາຕີກັງ ແລະ ຜູ້ຕາງໜ້າສຳນັກ ວາຕີກັງ ປະຈຳ ຫວຽດນາມ.

        ສ່ວນທ່ານຮອງລັດຖະມົນຕີການຕ່າງປະເທດສຳນັກ ວາຕີກັງ Miroslaw Wachowski ໄດ້ເຫັນດີສືບຕໍ່ຊຸກຍູ້ບັນດາການຢ້ຽມຢາມຂັ້ນສູງ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ຝ່າຍ; ທ່ານຢືນຢັນວ່າ, ສັນຕະປະປາ Francis ປາດຖະໜາຢາກມາຢ້ຽມຢາມ ຫວຽດນາມ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ