ລັດ ແລະ ວິ​ສາ​ຫະ​ກິດ ຮ່ວມ​ແຮງ​ຮ່ວມ​ໃຈ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນສະພາບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ, ສິ່ງສຳຄັນ ແລະ ຈຳເປັນທີ່ສຸດ ແມ່ນການຮ່ວມແຮງຮ່ວມໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ພ້ອມກັນແບ່ງເບົາຄວາມຫຍຸ້ງຍາກ ຂອງທັງ 3 ຝ່າຍ, ລວມມີ: ລັດ, ວິສາຫະກິດ ແລະ ຊາວຜູ້ອອກແຮງງານ. 

ສະພາບການໂລກລະບາດໂຄວິດ - 19 ນັບມື້ນັບສັບສົນ ແລະ ພວມສົ່ງຜົນກະທົບທີ່ບໍ່ດີເຖິງການຜະລິດ ແລະ ວິສາຫະກິດ. ບັນດານັກຊ່ຽວຊານເສດຖະກິດຖືວ່າ, ໃນສະພາບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ, ສິ່ງສຳຄັນ ແລະ ຈຳເປັນທີ່ສຸດ ແມ່ນການຮ່ວມແຮງຮ່ວມໃຈ, ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ພ້ອມກັນແບ່ງເບົາຄວາມຫຍຸ້ງຍາກ ຂອງທັງ 3 ຝ່າຍ, ລວມມີ: ລັດ, ວິສາຫະກິດ ແລະ ຊາວຜູ້ອອກແຮງງານ. ຕາມທ່ານນາງ ຫງວຽນມິງຖາວ, ສັງກັດສະຖາບັນຄົ້ນຄວ້າຄຸ້ມຄອງເສດຖະກິດສູນກາງ ແລ້ວ, ສະພາບການດຳເນີນທຸລະກິດຂອງຫຼາຍວິສາຫະກິດ ແມ່ນຕົກເຂົ້າສູ່ສະພາບຊຸດໂຊມເປັນເວລາ 2 ປີແລ້ວ ຍ້ອນຖືກຜົນກະທົບຈາກໂລກລະບາດໂຄວິດ -19, ກຳລັງຕ້ານຢັນຂອງບັນດາວິສາຫະກິດເຖິງຂັ້ນສູງສຸດແລ້ວ, ເພາະສະນັ້ນ, ການຜັນຂະຫຍາຍບັນດາບ້ວງເງິນໜູນຊ່ວຍ ທີ່ມີລະບຽບການບໍລິຫານລຽບງ່າຍ, ສະດວກ ແລະ ວ່ອງໄວ ແມ່ນສິ່ງທີ່ຈຳເປັນທີ່ສຸດໃນປັດຈຸບັນ.

        “ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນ ແລະ ມີການຮ່ວມເດີນທາງຂອງທັງລັດຖະບານ ແລະ ວິສາຫະກິດໃນການຊອກຫາມາດຕະການແກ້ໄຂຂໍ້ຄົງຄ້າງ, ສິ່ງຕິດຂັດ ໃນສະພາບການທີ່ຫຍຸ້ງຍາກຄືໃນປັດຈຸບັນ. ເພາະສະນັ້ນ, ບັນດາລາຍການ, ບ້ວງເງິນໜູນຊ່ວຍດ້ານການເງິນ ໃຫ້ແກ່ວິສາຫະກິດ ແມ່ນຕ້ອງໄດ້ນຳມາປຶກສາຫາລື, ມີແຜນການລະອຽດກວ່າ”.

        ເພື່ອມີການໜູນຊ່ວຍວິສາຫະກິດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ໄດ້ຢ່າງທັນການນັ້ນ, ກະຊວງການເງິນ ຫວຽດນາມ ພວມຕັດອອກບາງລະບຽບການອະນຸມັດຜ່ານບ້ວງເງິນໜູນຊ່ວຍດ້ານພາສີ ແລະ ຄ່າທຳນຽມ ເຊິ່ງມີມູນຄ່າປະມານ 20.000 ຕື້ດົ່ງ. ໄປຄຽງຄູ່ກັນນັ້ນ, ທະນາຄານຫຸ້ນສ່ວນການຄ້າ 16 ແຫ່ງ ໄດ້ໃຫ້ຄຳໝັ້ນສັນຍາຫຼຸດຄ່າດອກເບ່ຍໃຫ້ບັນດາວິສາຫະກິດ ໂດຍອີງຕາມລະດັບຄວາມຫຍຸ້ງຍາກ ຈົນຮອດທ້າຍປີນີ້, ເຊິ່ງ ຄາດວ່າ ມີມູນຄ່າປະມານ 20.300 ຕື້ດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ