ລັດOregon,ອາເມລິກາສົ່ງເສີມການຮ່ວມມືລົງທຶນ,ການຄ້າກັບນະຄອນໂຮ່ຈີມິນ

ລັດOregon,ອາເມລິກາສົ່ງເສີມການຮ່ວມມືລົງທຶນ,ການຄ້າກັບນະຄອນໂຮ່ຈີມິນ - ảnh 1
ທ່ານ ຫງວຽນ​ແທງ​ຟອງ ຕ້ອນຮັບ​ທ່ານ Denny Doyle ​
(ພາບ: TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 17/11, ທ່ານ ຫງວຽນ​ແທງ​ຟອງ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຕ້ອນຮັບ​ທ່ານ Denny Doyle ​ເຈົ້າ​ຄອງ​ນະຄອນ Beaverton ລັດ Oregon ອາ​ເມ​ລິ​ກາ ທີ່ນຳ​ໜ້າ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ອົງການພັນ​ທະ​ມິດ​ດຳ​ເນີນ​ທຸລະ​ກິດ Portland ທີ່​ພວມ​ຢູ່ຢ້ຽມຢາມ, ຊອກ​ຫາ​ກາລະ​ໂອກາດ​ສົ່ງ​ເສີມ​ການ​ຮ່ວມ​ມື​ລົງທຶນ, ການ​ຄ້າ​ລະຫວ່າງ​ລັດ Oregon ກັບ​ນະຄອນ ​ໂຮ່ຈີ​ມິນ. ທີ່​ການ​ຕ້ອນຮັບ ທ່ານ ຫງວຽນ​ແທງ​ຟອງ ​ໃຫ້​ຮູ້​ວ່າ: ນະຄອນ ​ໂຮ່ຈີ​ມິນ ​ໄດ​້ ​ແລະ ພວມ​ນຳ​ໜ້າ​ໃນ​ການ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແລະ ກາຍ​ເປັນຈຸດ​ມັດ​ພົບນິຍົມ​ຂອງ​ບັນດາ​ວິ​ສາ​ຫະກິດ, ນັກ​ລົງ​ທຶນ ອາ​ເມ​ລິ​ກາ. ຕີ​ລາຄາ​ສູງ​ກາ​ນພັດທະນາ ​ແລະ ທ່າ​ແຮງ​ຂອງ​ນະຄອນ Beaverton, ທ່ານ ຫງວຽນ​ແທງ​ຟອງ ສະ​ເໜີ​ນະຄອນ Beaverton ຮ່ວມ​ມື​ໜູນ​ຊ່ວຍ​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​​ໃນ​ຂົງ​ເຂດກໍ່ສ້າງບໍລິຫານ​ນະຄອນ​ສະຫລາດ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ການ​ນຳ​ນະຄອນ ​ໂຮ່ຈີ​ມິນ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ, ກາຍ​ເປັນ​ຂົວ​ຕໍ່​​ໃຫ້​ບັນດາ​ວິ​ສາ​ຫະກິດ Beaverton ​ແລະ ລັດ Oregon ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ, ຂໍ້​ຕົກລົງ​ຮ່ວມ​ມື​ລະອຽດ​ໃນ​ບັນດາ​ຂົງ​ເຂດ​ການ​ສຶກສາ, ການ​ຄ້າ ​ແລະ ການ​ລົງທຶນ.

        ສ່ວນ​ທ່ານ Denny Doyle ຢືນຢັນ​ວ່າ ນະຄອນ Beaverton ​ເວົ້າ​ສະ​ເພາະ, ລັດ Oregon ​ເວົ້າ​ລວມ ປາ​ດຖະໜາ​ ​ແລະ ພ້ອມ​ແລ້ວທີ່​ຈະໜູນ​ຊ່ວຍ, ​ແບ່ງປັນ​ບົດຮຽນ​ແກ້​ໄຂ​ບັນດາ​ບັນຫາ ​ເຊິ່ງນະຄອນ ​ໂຮ່ຈີ​ມິນ ພວມ​ປະ​ເຊີນ​ໜ້າ​ໃນ​ວິວັດ​ການ​ພັດທະນາ​ຕົວ​ເມືອງ​ຄື: ມົນ​ລະ​ພິດ​ສະພາບ​ແວດ​ລ້ອມ, ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ ​ແລະ ຄຸນ​ນະພາ​ບດ້ານ​ຊີວິດ​​ໃຫ້​ປະຊາຊົນ.

 

 

ຂ່າວ/ບົດ​ອື່ນ