ລັດYucatanຂອງເມກຊີໂກປາດຖະໜາຢາກຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ

ລັດYucatanຂອງເມກຊີໂກປາດຖະໜາຢາກຮ່ວມມືກັບບັນດາຄູ່ຮ່ວມມືຫວຽດນາມ - ảnh 1
ຜູ້​ວ່າການລັດ Yucatan Rolando Zapata Bello ຕ້ອນຮັບ
ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ລິງ​ລານ
(ພາບ: Việt Hòa/Vietnam+)


(vovworld) – ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ອຳນາດ​ການ​ປົກຄອງ​ລັດ Yucatan, ​ໃນ​ລະຫວ່າງ​ວັນ​ທີ 19-21/6, ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ເມກ​ຊີ​ໂກ ​ເລ​ລິງ​ລານ ​ໄດ້​ທຳ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລັດ Yucatan ພາກຕາ​ເວັນ​ຕົກ​ເມກ​ຊີ​ໂກ, ​ເພື່ອ​ແນ​ໃສ່​ຊອກ​ຮູ້​ຄວາມ​ສາມາດ​​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ນີ້​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ. ທີ່​ການ​ຕ້ອນຮັບທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ລິງ​ລານ, ຜູ້​ວ່າການລັດ Yucatan Rolando Zapata Bello ປາດ​ຖະໜາ​ຢາກ​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການທ່ອງທ່ຽວ. ສ່ວນ​ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ລິງ​ລານ ​ເນັ້ນ​ໜັກ​ວ່າ: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ພວມ​ຢູ່​ໃນ​ໄລຍະ​ເຈລະຈາສຸດ​ທ້າຍ; ​ເມື່ອ​ມີ​ຜົນ​ສັກສິດ, TPP ຈະ​ຊຸກຍູ້​ການ​ພົວພັນດ້ານ​ການ​ຄ້າ ລະຫວ່າງ 2 ປະ​ເທດ ຫວຽດນາມ ​ແລະ ​ເມກ​ຊີ​ໂກ, ​ໃນ​ນັ້ນ​ມີລັດ Yucatan.

                ​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ເທດສະບານ​ເມືອງ Baca ຂຶ້ນ​ກັບລັດ Yucatan, ທ່ານນາງ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ​ເລ​ລິງ​ລານ ​ໄດ້​ຕັດ​ແຖບ​ຜ້າ​ເປີດ​ງານ​ບຸນຮວາ​​ແຊນ (ໝາຍ​ເຖິງ​ດອກ​ບົວ). ຫວຽດນາມ ​ເຂົ້າ​ຮ່ວມ​ງານ​ບຸນ​ນີ້​ດ້ວຍ​ບັນດາ​ຜະລິດ​ຕະພັນຊາ​ເອືອບດອກ​ບົວ, ບັນດາ​ເຄື່ອງ​ສິລະ​ປະຫັດຖະກຳ​ທີ່​ກ່ຽວ​ຊ້ອງ​ເຖິງ​ດອກ​ບົວ, ​ແນະ​ນຳ​ບັນດາ​ຈຸດ​ຍອດ​ຍິ່ງ​ຂອງ​ດອກ​ບົວ​ໃນ​ຊີວິດ​ວັດທະນະທຳ ຫວຽດນາມ.

ຂ່າວ/ບົດ​ອື່ນ