ລັດ​ຖະ​ບານ ຈັດ​ກອງ​ປະ​ຊຸມ ຫົວ​ເລື່ອງ​ສະ​ເພາະ ປະ​ຈຳ ​ເດືອນ​ທັນ​ວາ ປີ 2023 ​ ກ່ຽວ​ກັບ​ການ​ສ້າງ ກົດໝາຍ

(VOVWORLD) - ຢູ່ກອງປະຊຸມ, ບັນດາສະມາຊິກລັດຖະບານ ຈະປຶກສາຫາລື, ພິຈາລະນາ, ປະກອບຄຳເຫັນໃສ່ 9 ເນື້ອໃນຄື: ສະເໜີສ້າງກົດໝາຍ, ລັດຖະບັນຍັດ ແລະ 2 ຮ່າງກົດໝາຍ ນັ້ນແມ່ນຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ; ກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຜ່ານແດນ...
ລັດ​ຖະ​ບານ ຈັດ​ກອງ​ປະ​ຊຸມ ຫົວ​ເລື່ອງ​ສະ​ເພາະ ປະ​ຈຳ ​ເດືອນ​ທັນ​ວາ ປີ 2023 ​ ກ່ຽວ​ກັບ​ການ​ສ້າງ ກົດໝາຍ - ảnh 1ກອງປະຊຸມລັດຖະບານ (ພາບ: TTXVN)

ຕອນເຊົ້າວັນທີ 26 ທັນວາ, ລັດຖະບານ ຫວຽດນາມ ໄດ້ຈັດກອງປະຊຸມຫົວເລື່ອງສະເພາະ ປະຈຳ ເດືອນທັນວາ ປີ 2023 ກ່ຽວກັບການສ້າງກົດໝາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ: ວຽກງານສ້າງ, ປັບປຸງ ລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ ແມ່ນບ້າດກ້າວບຸກທະລຸຍຸດທະສາດ, ແມ່ນຈຸດສຸມບຸລິມະສິດໂດຍລັດຖະບານສຸມໃສ່ລົງທຶນ, ຊີ້ນຳນຳພາ, ຈັດຕັ້ງປະຕິບັດຢ່າງຂ້ຽວຂາດ.  ໃນປີຜ່ານມາ, ລັດຖະບານໄດ້ຈັດ 10 ກອງປະຊຸມຫົວເລື່ອງສະເພາະ ກ່ຽວກັບການສ້າງກົດໝາຍ, ຈຳນວນກອງປະຊຸມຫົວເລື່ອງສະເພາະ,  ແຜນຮ່າງ, ສະເໜີກົດໝາຍ, ລັດຖະບັນຍັດ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ ໄດ້ຮັບການພິຈາລະນາ, ຮັບຮອງເອົາຫຼາຍທີ່ສຸດໃນການເຄື່ອນໄຫວຂອງລັດຖະບານກ່ຽວກັບວຽກງານລະບອບລະບຽບການໃນໄລຍະຜ່ານມາ.

ຢູ່ກອງປະຊຸມ, ບັນດາສະມາຊິກລັດຖະບານ ຈະປຶກສາຫາລື, ພິຈາລະນາ, ປະກອບຄຳເຫັນໃສ່ 9 ເນື້ອໃນຄື: ສະເໜີສ້າງກົດໝາຍ, ລັດຖະບັນຍັດ ແລະ 2 ຮ່າງກົດໝາຍ ນັ້ນແມ່ນຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານອັກຄີໄພ ແລະ ກູ້ໄພກູ້ຊີບ; ກົດໝາຍວ່າດ້ວຍການສົ່ງຜູ້ຮ້າຍຜ່ານແດນ; ກົດໝາຍວ່າດ້ວຍການມອບສົ່ງຜູ້ພວມປະຕິບັດໂທດຈຳຄຸກ; ກົດໝາຍວ່າດ້ວຍການເຂົ້າຮ່ວມກຳລັງຮັກສາ ສັນຕິພາບ ຂອງ ສປຊ…

ຕອບກັບ

ຂ່າວ/ບົດ​ອື່ນ