ລັດຖະບານ ຊູດັງໃຕ້ ປະຕິເສດການລົງນາມໃນຂໍ້ຕົກລົງສັນຕິພາບກັບຝ່າຍຄ້າຍ

ລັດຖະບານ ຊູດັງໃຕ້ ປະຕິເສດການລົງນາມໃນຂໍ້ຕົກລົງສັນຕິພາບກັບຝ່າຍຄ້າຍ - ảnh 1
ປະ​ທ​າ​ນາ​ທິ​ບໍ​ດີ ຊູ​ດັງ​ໃຕ້ Salva Kiir
ພາບ:AFP

(vovworld)-​ ວ​ັນ​ທີ 17/8, ລັດ​ຖະ​ບານ ຊູ​ດັງ​ໃຕ້ ປະ​ຕິ​ເສດ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບ​ຝ່າຍ​ຄ້າຍ ໂດຍບໍ່​ຫົວ​ຊາ​ຕໍ່​ກຳ​ລັງ​ດັນ ແລະ ການ​ນາບ​ຂູ່​ລົງ​ໂທດ​ຈາກ​ປ​ະ​ຊາ​ຄົ​ມ​ສາ​ກົນ. ວັນ​ທີ 17/8 ກໍ​ແມ່ນ​ກຳ​ນົດ​ເວ​ລາ​ສຸ​ດ​ທ້າຍ​ເພື່ອ​ໃຫ້​ບັນ​ດາ​ພັກຝ່າຍຢູ່​ປະ​ເທດ​ອາ​ຟ​ຼິ​ກາຕາ​ເວັນ​ອອກ ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ພາຍ​ຫລັງການ​ເຈ​ລະ​ຈາ​ມາ​ເປັນ​ເວ​ລາ 10 ວັນ ຢູ່ Addis Ababa ນະ​ຕອນ​ຫລວງ Ethiopia.  ທ່ານ Seyoum Mesfin,  ​ແມ່ນຄົນ​ກາງໄກ່​ເກ່ຍ​​ຂອ​ງ​ອົງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ລັດ​ຖະ​ບານ ອາ​ຟ​ຼິ​ກາຕາ​ເວັນ​ອອກ ໃຫ້​ຮູ້​ວ່າ: ປະ​ທ​າ​ນາ​ທິ​ບໍ​ດີ ຊູ​ດັງ​ໃຕ້ Salva Kiir  ໄດ້​ສະ​ເຫນີຕໍ່​ເວ​ລາ ຕື່ມ​ອີກ 15 ວັນ ເພື່ອ​ທາບ​ທາມ​ຄຳ​ເຫັນ​ກ່ອ​ນ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ຊື່ງ​ຝ່າຍ​ຄ້າຍ​ໄດ້​ຮັບ​ຮູ້​ແລ້ວ.

ຂ່າວ/ບົດ​ອື່ນ