ລັດຖະບານ ຊີຣີ ແລະ ຊາວ Kurd ບັນລຸໄດ້ຂໍ້ຕົກລົງ

(VOVWORLD) -ວັນທີ 13 ຕຸລາ, ອຳນາດການປົກຄອງຊາວ Kurd ຢູ່ພາກເໜືອ ຊີຣີ ໄດ້ປະກາດ ຂໍ້ຕົກລົງສະບັບໜຶ່ງກັບອຳນາດການປົກຄອງ Damascus ກ່ຽວກັບການຜັນຂະຫຍາຍບັນດານັກຮົບຂອງລັດຖະບານ ຊີຣີ ໄປຍັງບໍລິເວນໃກ້ກັບຊາຍແດນຕິດກັບ ຕວກກີ ເພື່ອຮັບມືກັບການບຸກໂຈມຕີດ້ານການທະຫານຂອງ Ankara.
ລັດຖະບານ ຊີຣີ ແລະ ຊາວ Kurd ບັນລຸໄດ້ຂໍ້ຕົກລົງ - ảnh 1 ລັດຖະບານ ຊີຣີ ແລະ ຊາວ Kurd ບັນລຸໄດ້ຂໍ້ຕົກລົງ (ພາບ: AFP/TTXVN)

        ໃນແຈ້ງການທີ່ໄດ້ຄັດສະເໜີຜ່ານທາງ Facebook, ອຳນາດການປົກຄອງຊາວ Kurd ຊີ້ແຈ້ງວ່າ: ເພື່ອສະກັດກັ້ນການບຸກໂຈມຕີຂອງ ຕວກກີ, ກຳລັງນີ້ບັນລຸໄດ້ຂໍ້ຕົກລົງກັບລັດຖະບານ ຊີຣີ, ດັ່ງນັ້ນ ກອງທັບ ຊີຣີ ອາດສາມາດໄດ້ຜັນຂະຫຍາຍໄປຍັງບໍລິເວນລຽບຕາມຊາຍແດນ ຊີຣີ - ຕວກກີ ເພື່ອໜູນຊ່ວຍບັນດາກຳລັງປະຊາທິປະໄຕ ຊີຣີ (SDF) ໂດຍຊາວ Kurd ນຳໜ້າ. ອຳນາດການປົກຄອງຊາວ Kurd ຖືວ່າ: ຂໍ້ຕົກລົງທີ່ບັນລຸໄດ້ກັບອຳນາດການປົກຄອງ Damascus ຈະ “ເປີດຊ່ອງທາງໃຫ້ແກ່ການປົດປ່ອຍບັນດານະຄອນທີ່ຖືກກອງທັບ ຕວກກີ ຢຶດຄອງຄື Afrin”.

ຕອບກັບ

ຂ່າວ/ບົດ​ອື່ນ