ລັດ​ຖະ​ບານ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ໄລ​ຍະ​ກາງ 2021 – 2025

(VOVWORLD) -ໃນວາລະປະຊຸມເມື່ອຕອນເຊົ້າວັນທີ 24 ກໍລະກົດ, ສະພາແຫ່ງຊາດ ກໍໄດ້ຮັບຟັງທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີ໊ຢຸງ ສະເໜີບົດລາຍງານກ່ຽວກັບແຜນການລົງທຶນໄລຍະກາງ 2021 – 2025. ວາລະປະຊຸມຖືກດຳເນີນໃນຂອບເຂດຂອງກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV.
ລັດ​ຖະ​ບານ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ໄລ​ຍະ​ກາງ 2021 – 2025 - ảnh 1ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດຊຸດທີ XV (ພາບ: TTXVN)

ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ, ງົບປະມານຂອງລັດທັງໝົດ ທີ່ຄາດວ່າຈະລົງທຶນໃຫ້ແກ່ໄລຍະ 2021 – 2025 ແມ່ນ 2,87 ລ້ານຕື້ດົ່ງ (2.870.000 ຕື້ດົ່ງ). ຈຳນວນໂຄງການທັງໝົດທີ່ປະຕິບັດໃນໄລຍະ 2021 – 2025 ແມ່ນຕ່ຳກວ່າ 5.000 ໂຄງການ. ເມື່ອຄາດຄະເນກ່ຽວກັບໝາກຜົນທີ່ບັນລຸໄດ້, ທ່ານລັດຖະມົນຕີ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຮອດປີ 2025, ປະຕິບັດສຳເລັດການກໍ່ສ້າງເສັ້ນທາງດ່ວນ ເໜືອ - ໃຕ້ທາງທິດຕາເວັນອອກ, ເສັ້ນທາງອ້ອມຮອບ 3, ເສັ້ນທາງອ້ອມຮອບ 4 ຢູ່ເຂດກຳລັງໜູນຂອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ເສັ້ນທາງເຊື່ອມຈອດເຂດຕອນໃຕ້ພາກກາງ ກັບເຂດໄຕງວຽນ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງແກ່ການພັດທະນາເຂດພູດອຍທາງທິດເໜືອ, ບັນດາກິດຈະກຳເສັ້ນທາງດ່ວນ ແລະ ທາງນ້ຳພາຍໃນປະເທດໃຫ້ແກ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ໂດຍພື້ນຖານ.

ກໍໃນຕອນເຊົ້າຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ພ້ອມດ້ວຍບັນດາຮອງປະທານສະພາແຫ່ງຊາດ ໄດ້ເປັນປະທານວາລະປະຊຸມ ຮັບຟັງບັນດາອົງການທີ່ກ່ຽວຂ້ອງລາຍງານກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ລັດ​ຖະ​ບານ​ ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນ​ການ​ລົງ​ທຶນ​ສາ​ທາ​ລະ​ນະ ໄລ​ຍະ​ກາງ 2021 – 2025 - ảnh 2ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ມອບມະຕິຕົກລົງຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດວ່າດ້ວຍວຽກງານພະນັກງານ (ພາບ: TTXVN)
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 23 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ສະພາແຫ່ງຊາດ ຊຸດທີ XV ໄດ້ຈັດພິທີປະກາດ ແລະ ມອບມະຕິຕົກລົງຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດວ່າດ້ວຍວຽກງານພະນັກງານ.

 

ຕອບກັບ

ຂ່າວ/ບົດ​ອື່ນ