ລັດຖະບານ ຍີ່ປຸ່ນ ພິຈາລະນາວິທີການຮັບມືກັບກໍລະນີເກີດຂຶ້ນໃນແຫຼມເກົາຫຼີ ຢ່າງກະທັນຫັນ

(VOVWORLD) - ບັນດາລາຍການໄດ້ວາງອອກຄືດັ່ງການປະທະກັນຢ່າງກະທັນຫັນລະຫວ່າງ ກຳລັງຂອງ ສ ເກົາຫຼີ ແລະ ສປປ ເກົາຫຼີ, ອາເມລິກາ ໄດ້ບຸກໂຈມຕີ ສປປ ເກົາຫຼີ, ສປປ ເກົາຫຼີ ບຸກໂຈມຕີ ສ. ເກົາຫຼີ ຫຼື ລູກສອນໄຟຂອງ ສປປ ເກົາຫຼີ ຕົກລົງໃສ່ຜືນແຜ່ນດິນຂອງ ຍີ່ປຸ່ນ.

ລັດຖະບານ ຍີ່ປຸ່ນ ພິຈາລະນາວິທີການຮັບມືກັບກໍລະນີເກີດຂຶ້ນໃນແຫຼມເກົາຫຼີ ຢ່າງກະທັນຫັນ - ảnh 1 ກອງປະຊຸມຂອງຄະນະລັດຖະບານຍີ່ປຸ່ນ

(ພາບປະກອບ)

ວັນທີ 30 ທັນວາ, ລັດຖະບານ ຍີ່ປຸ່ນ ໄດ້ເລີ່ມດຳເນີນການປຶກສາຫາລືກ່ຽວກັບວິທີການເຊິ່ງກຳລັງປ້ອງກັນຕົວ ຍີ່ປຸ່ນ (SDF) ຈະຮັບມືໃນກໍລະນີເກີດຂຶ້ນໃນການປະທະກັນດ້ານການທະຫານໃນແຫຼມ ເກົາຫຼີ. ບັນດາລາຍການໄດ້ວາງອອກຄືດັ່ງການປະທະກັນຢ່າງກະທັນຫັນລະຫວ່າງ ກຳລັງຂອງ ສ ເກົາຫຼີ ແລະ ສປປ ເກົາຫຼີ, ອາເມລິກາ ໄດ້ບຸກໂຈມຕີ ສປປ ເກົາຫຼີ, ສປປ ເກົາຫຼີ ບຸກໂຈມຕີ ສ. ເກົາຫຼີ ຫຼື ລູກສອນໄຟຂອງ ສປປ ເກົາຫຼີ ຕົກລົງໃສ່ຜືນແຜ່ນດິນຂອງ ຍີ່ປຸ່ນ.

        ຍີ່ປຸ່ນ ມີການກະທຳນີ້ໃນສະພາບການທີ່ໃນທ້າຍເດືອນພະຈິກຜ່ານມາ, ສປປ ເກົາຫຼີ ໄດ້ປະກາດຍິງທົດລອງລູກສອນໄຟນຳວິຖີຂ້າມທະວີບ (ICBM) Hwasong – 15 ລຸ້ນໃໝ່, “ມີໄລຍະຍິງສາມາດທົ່ວເຖິງຜືນແຜ່ນດິນ ອາເມລິກາ ທັງໝົດ” ພ້ອມທັງຖະແຫຼງວ່າ ປະເທດນີ້ໄດ້ປະຕິບັດສຳເລັດ “ກຳລັງຄວາມສາມາດດ້ານນິວເຄຼຍແຫ່ງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ