ລັດ​ຖະ​ບານ, ບັນ​ດາ​ອົງ​ການ, ວິ​ສາ​ຫ​ະ​ກິດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ວິວ​ັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ

(VOVWORLD) - ເວທີປາໄສລະດັບສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ 2023 ດ້ວຍຫົວຂໍ້ “ຮ່ວມແຮງຮ່ວມໃຈຫັນເປັນດີຈີຕອນເພື່ອພັດທະນາເສດຖະກິດດີຈີຕອນ” ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 24 ພຶດສະພາ, ຢູ່ຮ່າໂນ້ຍ.
ລັດ​ຖະ​ບານ, ບັນ​ດາ​ອົງ​ການ, ວິ​ສາ​ຫ​ະ​ກິດ​ພ້ອມ​ກັນ​ເຂົ້າ​ຮ່ວມ​ວິວ​ັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ - ảnh 1ເວທີປາໄສລະດັບສູງຫັນເປັນດີຈີຕອນ ຫວຽດນາມ - ອາຊີ 2023

ເຫດການໂດຍສະມາຄົມຊອບແວ ແລະ ການບໍລິການອຸດສາຫະກຳຂໍ້ມູນຂ່າວສານ ຫວຽດນາມ (VINASA) ຈັດຂຶ້ນໃນລະຫວ່າງວັນທີ 24 - 25 ພຶດສະພາ. ເຂົ້າຮ່ວມແລະກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຂໍ້ມູນແມ່ນແຫຼ່ງຊັບພະຍາກອນບໍ່ມີຍາມຈະສິ້ນສຸດເພື່ອຊຸກຍູ້ການປະດິດຄິດສ້າງ ແລະ ພູນປັນຍາຂອງມະນຸດ. ນີ້ແມ່ນແຫຼ່ງຊັບພະຍາກອນສີຂຽວຊ່ວຍຟື້ນຟູຊັບພະຍາກອນທຳມະຊາດ. ເຖິງຢ່າງໃດກໍ່ຕາມ, ເພື່ອຂຸດຄົ້ນຂໍ້ມູນຕ້ອງມີການເຂົ້າຮ່ວມຂອງລັດຖະບານ, ບັນດາອົງການ ແລະ ວິສາຫະກິດ. ທ່ານກ່າວວ່າ:

        ພວກເຮົາຕ້ອງຕີລາຄາບັນດາຄວາມມານະພະຍາຍາມຂອງລັດຖະບານຢ່າງກົງໄປກົງມາ, ເປີດເຜີຍ ກໍ່ຄືສະເໜີບັນດາວຽກງານ ເຊິ່ງລັດຖະບານຕ້ອງປະຕິບັດໂດຍໄວກ່ວາ, ທັນການກ່ວາ ແລະ ຮອບດ້ານກ່ວາ. ບັນດາວິສາຫະກິດຈະສວມບົດບາດຫຼັກ ໃນການຍົກອອກບັນດາການສະເໜີ, ປະກອບຄຳເຫັນ ລັດຖະບານຄວນມີສູນຂະໜາດໃຫຍ່ເພື່ອແນໃສ່ຄົ້ນຄ້ວາ ແລະ ຖ່າຍທອດເຕັກໂນໂລຢີ.

ຕອບກັບ

ຂ່າວ/ບົດ​ອື່ນ