ລັດຖະບານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ

(VOVWORLD) - ວັນທີ 26 ເມສາ, ໃນຂອບເຂດກອງປະຊຸມ “ພົບປະລະຫວ່າງວິສາຫະກິດ ຍີ່ປຸ່ນ - ທາງທິດເໜືອພາກກາງ ຫວຽດນາມ” ເຊິ່ງຖືກຈັດຂຶ້ນຢູ່ແຂວງ ເງະອານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໄດ້ໃຫ້ການຕ້ອນຮັບທ່ານ Umeda Kunio ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ຫວຽດນາມ.

        ທີ່ການຕ້ອນຮັບ, ສອງຝ່າຍໄດ້ພ້ອມກັນແລກປ່ຽນບາງບັນຫາ ເພື່ອແນໃສ່ສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃຫ້ເລິກເຊິ່ງ, ກວ້າງຂວາງຂຶ້ນຕື່ມ.

ລັດຖະບານ ພ້ອມແລ້ວທີ່ຈະສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວິສາຫະກິດ ຍີ່ປຸ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ Umeda Kunio ຕີລາຄາວ່າ ດ້ວຍຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງລັດຖະບານນັ້ນ, ເສດຖະກິດຫວຽດນາມ ໄດ້ມີບາດກ້າວເຕີບໂຕທີ່ດີ. ຍີ່ປຸ່ນ ປາດຖະໜາຢາກໃຫ້ ຫວຽດນາມ ກໍາແໜ້ນບັນດາກາລະໂອກາດໃນໄລຍະນີ້ ເພື່ອກາຍເປັນປະເທດທີ່ຮັ່ງມີ, ມີພື້ນຖານເສດຖະກິດພັດທະນາ. ທ່ານເອກອັກຄະລັດຖະທູດ Umeda Kunio ກໍຍົກອອກຂໍ້ຄົງຄ້າງຈໍານວນໜຶ່ງ ແລະ ສະເໜີລັດຖະບານ ຫວຽດນາມ ແກ້ໄຂ.

        ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ: ພື້ນຖານເສດຖະກິດຫວຽດນາມ ແລະ ພື້ນຖານເສດຖະກິດ ຍີ່ປຸ່ນ ມີລັກສະນະຊ່ວຍເສີມໃຫ້ກັນໄດ້ ແລະ ການນໍາສອງປະເທດ ໄດ້ມີຄໍາໝັ້ນສັນຍາກ່ຽວກັບຍຸດທະສາດເຊື່ອມຕໍ່ສອງພື້ນຖານເສດຖະກິດ ໃນການພົວພັນກັບບັນດາປະເທດເວົ້າລວມ ແລະ ກັບ ຍີ່ປຸ່ນ ເວົ້າສະເພາະ. ພັກ, ລັດຖະບານ ຫວຽດນາມ ຍາມໃດກໍເອົາໃຈໃສ່, ພິເສດແມ່ນເອົາໃຈໃສ່ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມື.

        ແລະກໍໃນຕອນບ່າຍຂອງວັນດຽວກັນ, ຢູ່ແຂວງເງະອານ, ທ່ານ ເວືອງດິ່ງເຫວ້ ໄດ້ເຂົ້າຮ່ວມກອງປະຊຸມ “ພົບປະວິສາຫະກິດ ເງະອານ - ຍີ່ປຸ່ນ: ການຮ່ວມມື ແລະ ພັດທະນາ”. ກອງປະຊຸມ ໂດຍ ຄະນະກໍາມະການປະຊາຊົນ ແຂວງເງະອານ, ກະຊວງການຕ່າງປະເທດ, ສະຖານທູດ ຍີ່ປຸ່ນ ຢູ່ ຫວຽດນາມ ສົມທົບກັນຈັດຕັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ