ລັດຖະບານ ຟີລິບປີນ ປະຕິຍານຈະດັບສູນບັນດາເປົ້າໝາຍກໍ່ການຮ້າຍ

(VOVWORLD) - ລັດຖະບານ ຟີລິບປີນ ໃຫ້ຄຳໝັ້ນສັນຍາວ່າ ຈະດັບສູນບັນດາຜູ້ຢູ່ເບື້ອງຫລັງ 2 ເຫດວາງລະເບີດຢູ່ໂບດສາສະໜາຄຼິດຢູ່ພາກໃຕ້ປະເທດນີ້, ເຮັດໃຫ້ 27 ຄົນເສຍຊີວິດ ແລະ 77 ຄົນຖືກຮັບບາດເຈັບ.
ລັດຖະບານ ຟີລິບປີນ ປະຕິຍານຈະດັບສູນບັນດາເປົ້າໝາຍກໍ່ການຮ້າຍ - ảnh 1 ລັດຖະບານ ຟີລິບປີນ ປະຕິຍານຈະດັບສູນບັນດາເປົ້າໝາຍກໍ່ການຮ້າຍ (ພາບ: ອິນເຕີແນັດ)

ວັນທີ 27 ມັງກອນ, ໃນຖະແຫຼງການສະບັບໜຶ່ງ, ທ່ານ Salvador Panelo ໂຄສົກຂອງທ່ານປະທານາທິບໍດີ ຟີລິບປີນ Rodrigo Duterte ເນັ້ນໜັກວ່າ: ບັນດາກຳລັງປະກອບອາວຸດ ຟີລິບປີນ ຈະສູ້ຢັນກັບບັນດາສິ່ງທ້າທາຍ ແລະ ດັບສູນພວກກໍ່ການຮ້າຍ.

        ອົງການ “ລັດອິດສະລາມ” (IS) ໄດ້ຍອມຮັບດຳເນີນເຫດວາງລະເບີດ 2 ຄັ້ງດັ່ງກ່າວທີ່ແນໃສ່ໂບດສາສະໜາຄຼິດຢູ່ ເກາະ Jojo, ທາງພາກໃຕ້ ຟີລິບປີນ.

ຕອບກັບ

ຂ່າວ/ບົດ​ອື່ນ