ລັດ​ຖະ​ບານ ລັດ​ເຊຍ​ ປະ​ກາດ​ຈະຖອນ​ຕົວ​ອອກ​ຈາກ ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ

(VOVWORLD) -ວັນທີ 5 ພຶດສະພາ, ລັດຖະບານ ລັດເຊຍ ໄດ້ປະກາດກ່ຽວກັບເລື່ອງ ຖອນປະເທດລັດເຊຍອອກຈາກ ສົນທິສັນຍາທ້ອງຟ້າ ເປີດ. ໃນມະຕິຂອງລັດຖະບານ ລັດເຊຍ ໄດ້ລະບຸຢ່າງຈະແຈ້ງວ່າ “ຍື່ນສະເໜີທ່ານປະທານາທິບໍດີ ລັດເຊຍ ເພື່ອຍື່ນສະເໜີຕໍ່ Duma ແຫ່ງຊາດ ລັດເຊຍເພື່ອສະເໜີໃຫ້ຖອນລັດເຊຍອອກຈາກສົນທິສັນຍາ.”
ລັດ​ຖະ​ບານ ລັດ​ເຊຍ​ ປະ​ກາດ​ຈະຖອນ​ຕົວ​ອອກ​ຈາກ ສົນ​ທິ​ສັນ​ຍາ​ທ້ອງ​ຟ້າ​ເປີດ - ảnh 1ສຳນັກງານລັດຖະບານ ລັດເຊຍ (ພາບ: rianovosti)

ສົນທິສັນຍາທ້ອງຟ້າເປີດໄດ້ຮັບການລົງນາມໃນວັນທີ 24 ມີນາ ປີ 1992 ຢູ່ Helsinki. ເອກະສານນີ້ໄດ້ກາຍເປັນໜຶ່ງໃນບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈຢູ່ ເອີລົບ ພາຍຫຼັງ ສົງຄາມເຢັນ ເມື່ອອະນຸຍາດໃຫ້ 34 ປະເທດ ເຂົ້າຮ່ວມການ, ເກັບກຳຂໍ້ມູນກ່ຽວກັບກຳລັງ ແລະ ການເຄື່ອນໄຫວທາງການທະຫານຂອງກັນຢ່າງເປີດເຜີຍ. ວັນທີ 22 ພຶດສະພາ 2020, ອາເມລິກາ ໄດ້ຍົກອອກລະບຽບການຖອນຕົວອອກຈາກ ສົນທິສັນຍານີ້ ແລະ ໄດ້ສິ້ນສຸດລົງໃນວັນທີ 22 ພະຈິກ.

ວັນທີ 15 ມັງກອນ ປີນີ້, ມົດສະກູໄດ້ປະກາດຈະເລີ່ມດຳເນີນບັນດາລະບຽບການພາຍໃນປະເທດ ເພື່ອຖອນຕົວອອກຈາກສົນທິສັນຍານີ້. ກະຊວງການຕ່າງປະເທດ ລັດເຊຍ ໄດ້ເນັ້ນໜັກວ່າ ບາດກ້າວນີ້ ບໍ່ໝາຍຄວາມໝາຍວ່າ ປະເທດນີ້ຈະຖອນຕົວອອກຈາກສົນທິສັນຍາດັ່ງກ່າວ ຢ່າງແທ້ຈິງ ແລະ ສິ່ງນັ້ນພຽງແຕ່ຈະເກີດຂຶ້ນກໍ່ຕໍ່ເມື່ອ ຈຸດເວລາຂອງການປະກາດໄດ້ສົ່ງໄປຍັງບັນດາອົງການເກັບສຳເນົາເອກະສານ, ຮຸງກາຣີ ແລະ ການາດາ.

ອັງຕູ, ນັກຂ່າວ VOV ປະຈຳ ລັດເຊຍ

ຕອບກັບ

ຂ່າວ/ບົດ​ອື່ນ