ລັດ​ຖະ​ບານ ລາວ ຖະ​ແຫຼງວ່າບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ແລ້ວ

(VOVWORLD) -ໃນວັນທີ 20 ມິຖຸນາ ປີ 2020 ລັດຖະບານ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ, ພາຍຫຼັງຜູ້ຕິດເຊື້ອທັງໝົດ 19 ຄົນຢູ່ ລາວ ໄດ້ຮັບການປິ່ນປົວຫາຍດີ ແລະ ບໍ່ມີຜູ້ຕິດເຊື້ອໃໝ່ຕື່ມອີກໃນ 59 ມື້ຢ່າງລຽນຕິດ.
ລັດ​ຖະ​ບານ ລາວ ຖະ​ແຫຼງວ່າບໍ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ແລ້ວ - ảnh 1ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ຖະແຫຼງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ໄດ້ຖະແຫຼງວ່າ ນີ້ແມ່ນບາດກ້າວທຳອິດ ແລະ ບັນລຸໄດ້ໝາກຜົນນີ້ຍ້ອນມີການປະກອບສ່ວນຂອງປະຊາຊົນ ລາວ ທຸກຖ້ວນໜ້າດ້ວຍສະຕິຄວາມຮັບຜິດຊອບໃນການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 .

ທ່ານ ທອງລຸນ ສີສຸລິດ ກ່າວເຕືອນວ່າ ເຖິງວ່າບໍ່ມີຜູ້ຕິດເຊື້ອໂຄວິດ-19 ແລ້ວກໍ່ຕາມແຕ່ວ່າກະຊວງ, ຂະແໜງການຕ່າງໆບໍ່ໄດ້ປະໝາດ. ທ່ານ ທອງລຸນ ສີສຸລິດໃຫ້ຮູ້ວ່າ: ລັດຖະບານ ລາວ ຈະສືບຕໍ່ຕີລາຄາສະພາບການເພືຶ່ອດັດປັບບັນດາມາດຕະການສະກັດກັ້ນ ແລະ ຄວບຄຸມຢ່າງເໝາະສົມ, ເພື່ອນຳຊີວິດຂອງປະຊາຊົນກັບຄືນສູ່ເປັນປົກກະຕິ, ກໍ່ຄືເຊື່ອມຕໍ່ການເຄື່ອນໄຫວຂອງວິສາຫະກິດຄື່ນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ