ລັດຖະບານ ສເກົາຫຼີ ຮຽກຮ້ອງຜູ້ແຫ່ຂະບວນປະທ້ອງເຄົາລົບກົດໝາຍ

ລັດຖະບານ ສເກົາຫຼີ ຮຽກຮ້ອງຜູ້ແຫ່ຂະບວນປະທ້ອງເຄົາລົບກົດໝາຍ - ảnh 1
ການ​ແຫ່​ຂະ​ບວນທວງ​ໃຫ້​ປະທານາທິບໍດີ
Park Geun-Hye ລາ​ອອກ​ຈາກ​ຕຳ​ແໜ່​ງ​
(ພາບ: AFP)

(vovworld) - ວັນ​ທີ 11/11, ລັດຖະບານ ສ​ເກົາຫຼີ ຮຽກຮ້ອງ​ປະຊາຊົນ​ຈົ່ງ​ມີ​ຄວາມ​ທຸ່ນ​ທ່ຽງ​ໃຈ, ເຄົາລົບ​ກົດໝາຍ, ບໍ່​ກໍ່​ສະພາບ​ຂາດຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເມື່ອ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນທວງ​ໃຫ້​ປະທານາທິບໍດີ Park Geun-Hye ລາ​ອອກ​ຈາກ​ຕຳ​ແໜ່​ງ​, ເຊິ່ງດຳ​ເນີນ​ໃນ​ວັນ​ທີ 12/11 ຢູ່​ນະຄອນຫຼວງ ​ເຊີ​ອູ​ນ. ທ່ານ Lee Joon-Sik ນາຍົກລັດຖະມົນຕີ ສ​ເກົາຫຼີ ຢືນຢັນ​ວ່າ, ການ​ແຫ່​ຂະ​ບວນປະ​ທ້ວງ​ແມ່ນ​ສິດ​ຂອງ​ປະຊາຊົນ, ​ແຕ່​ບັນດາ​ການ​ເຄື່ອນ​ໄຫວ​ນີ້​ຕ້ອງ​ດຳ​ເນີນ​ຢ່າງ​ສະຫງົບ ​ແລະ ຕ້ອງ​ເຄົາລົບ​ກົດໝາຍ. ນີ້​ແມ່ນ​ການ​ແຫ່​ຂະ​ບວນປະ​ທ້ວງຄັ້ງທີ 3 ຢ່າງ​ຕໍ່​ເນື່ອງ ຖືກ​ຈັດ​ຕັ້ງ​ໃນ​ຊຸ່ມ​ວັນ​ທ້າຍ​ອາທິດ​ເພື່ອ​ຄັດຄ້ານ ປະທານາທິບໍດີ Park Geun-Hye ຍ້ອນ​ໄດ້​ປະ​ໃຫ້​ສ່ຽວ​ຜູ້​ສະໜິດສະໜົມ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ບໍລິຫານ​ລັດຖະບານ ​ແລະ ນີ້​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ລັດຖະບານ​ຂະໜາດ​ໃຫຍ່​ກວ່າ​ໝູ່​ໃນ​ຊຸ່ມ​ທົດ​ສະ​ວັດ​ຜ່ານ​ມາ. ຄາດ​ວ່າ​ຈະ​ມີ​ 500.000 ຄົນ. ຕຳຫຼວດ ​ເກົາຫຼີ​ປະມານ 25.000 ຄົນ​ພວມ​ຈັດ​ຢູ່​ໃນ​ສະພາວະ​ກຽມພ້ອມ​ເພື່ອ​ຮັບ​ມື​ກັບການ​ຈະລາຈົນ​ທີ່ອາດ​ຈະ​ເກີດ​ຂຶ້ນ.

ຂ່າວ/ບົດ​ອື່ນ